ຫວຽດນາມ - ລາວ ແບ່ງປັນປະສົບການດ້ານການສຶກສາ ແລະບຳລຸງສ້າງ
ກປ.ອອນໄລ - ຕອນບ່າຍວັນທີ 25 ຕຸລາ, ທີ່ກະຊວງສຶກສາ ແລະບຳລຸງສ້າງ, ສະຫາຍ ຫງວຽນວັນຟຸກ ຮອງລັດຖະມົນຕີກະຊວງສຶກສາ ແລະບຳລຸງສ້າງຫວຽດນາມ ໄດ້ມີການເຮັດວຽກກັບຄະນະຜູ້ແທນກະຊວງສຶກສາທິການ ແລະກິລາ ລາວ ນໍາໂດຍ ສະຫາຍນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງສຶກສາທິການ ແລະກິລາລາວ ທີ່ພວມມີການຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.
ທີ່ການເຮັດວຽກ, ສອງຝ່າຍໄດ້ແລກປ່ຽນຂໍ້ມູນຂ່າວສານ ແລະປະສົບການການຮັບສະໝັກພະນັກງານຄູອາຈານ, ໜູນຊ່ວຍດ້ານວິຊາສະເພາະໃຫ້ແກ່ຄູອາຈານແຕ່ລະຂັ້ນ, ປະສົບການໃນການຈັດຕັ້ງການສິດສອນ ແລະຄຸ້ມຄອງຄູອາຈານຢູ່ ຫວຽດນາມ… ຜ່ານນັ້ນ, ຊຸກຍູ້ສາຍພົວພັນຮ່ວມມືໃນຂົງເຂດການສຶກສາ ແລະບຳລຸງສ້າງລະຫວ່າງສອງປະເທດກວ່າອີກ.
    |
 |
ບັນຍາກາດທີ່ການເຮັດວຽກ. ພາບ: moet.gov.vn |
ປີ 2021 ແມ່ນປີທຳອິດທີ່ ຫວຽດນາມ ແລະ ລາວ ປະຕິບັດໂຄງການ “ຍົກສູງຄຸນນະພາບ ແລະປະສິດທິຜົນຂອງການຮ່ວມມືຫວຽດນາມ - ລາວ ໃນຂົງເຂດການຮ່ວມມືດ້ານການສຶກສາ ແລະພັດທະນາແຫຼ່ງຊັບພະຍາກອນມະນຸດ ໄລຍະ 2021 – 2030” (ເອີ້ນຫຍໍ້ແມ່ນແຜນຮ່າງຮ່ວມມືດ້ານການສຶກສາລະຫວ່າງ ຫວຽດນາມ ແລະ ລາວ ໄລຍະ 2021-2030).
ຕາມແຜນການຮ່ວມມື, ຫວຽດນາມ ສືບຕໍ່ສະຫງວນທຶນສຶກສາໃຫ້ລາວ 1.220 ທຶນ. ສ່ວນຝ່າຍລາວ, ແຕ່ລະປີຈະສະຫງວນທຶນສຶກສາໄລຍະຍາວ ແລະ ໄລຍະສັ້ນ 60 ທຶນໃຫ້ນັກສຶກສາ ແລະພະນັກງານຫວຽດນາມ. ນອກຈາກນັ້ນ, ສອງຝ່າຍໄດ້ຜັນຂະຫຍາຍປະຕິບັດຫຼາຍໂຄງການ, ຮັບຮອງເອົາໝາກຜົນທີ່ເປັນໜ້າສົ່ງເສີມ ລວມມີໂຄງການຈັດສົ່ງຄູອາຈານໄປສອນພາສາຫວຽດ ຢູ່ລາວ, ໂຄງການກຽມພາສາຫວຽດ ຢູ່ລາວ, ແຜນຮ່າງປະຫວັດສາດຫວຽດນາມ-ລາວ...
ໂດຍ: ທະນາພອນ