ຍ້ອງຍໍຊົມເຊີຍພະນັກງານໜຸ່ມດີເດັ່ນໃນການຮໍ່າຮຽນ ແລະປະຕິບັດຕາມຄໍາສັ່ງສອນຂອງລຸງໂຮ່
ກປ.ອອນໄລ - ວັນທີ 8 ຕຸລາ, ທີ່ສວນສາທາລະນະອະນຸສາວະລີປະທານໂຮ່ຈີມິນ, ຄະນະຊາວໜຸ່ມນະຄອນໂຮ່ຈີມິນ ໄດ້ຈັດຕັ້ງພິທີຖະຫວາຍດອກໄມ້ອາໄລຫາປະທານໂຮ່ຈີມິນ ແລະຍ້ອງຍໍຊົມເຊີຍ, ມອບລາງວັນ “ພະນັກງານ, ພາລະກອນ, ລັດຖະກອນໜຸ່ມ, ເກັ່ງກ້າ, ເປັນມິດ” ຄັ້ງທີ 10, ປີ 2022.
    |
 |
ຄະນະຈັດຕັ້ງຍ້ອງຍໍຊົມເຊີຍ ແລະມອບລາງວັນໃຫ້ແກ່ບັນດາແບບຢ່າງດີເດັ່ນທີ່ພິທີ. ພາບ: ຮຸ່ງຄວາ |
ຄະນະຈັດຕັ້ງ ໄດ້ຄັດເລືອກ, ຍ້ອງຍໍຊົມເຊີຍ, ມອບລາງວັນໃຫ້ແບບຢ່າງດີິເດັ່ນ 61 ຄົນ. ນີ້ແມ່ນແບບຢ່າງດິີເດັ່ນໃນການຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານໂຮ່ຈີມິນ, ປະຕິບັດສໍາເລັດໜ້າທີ່ວິຊາສະເພາະເປັນຢ່າງດີ, ປະຈັນບານ ສະໝັກໃຈເພື່ອປະຊາຄົມ ແລະມີຫົວຄິດປະດິດສ້າງ, ຍົກອອກມາດຕະການດັດປັບຂັ້ນຕອນໃນວິຊາການວິຊາສະເພາະ, ປະກອບສ່ວນປະຕິບັດໜ້າທີ່ການເມືອງຂອງອົງການ, ກົມກອງຢ່າງມີປະສິດທິຜົນ. ພາຍຫຼັງພິທີຍ້ອງຍໍຊົມເຊີຍ, ບັດດາແບບຢ່າງດີເດັ່ນ ໄດ້ເຂົ້າຮ່ວມລາຍການ “ເຊື່ອມຕໍ່ພະນັກງານ, ພາລະກອນ, ລັດຖະກອນກັບຊາວຜູ້ອອກແຮງງານໜຸ່ມນະຄອນໂຮ່ຈີມິນ” ຢູ່ສໍານັກງານຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ.
ໂດຍ: ທູຈາງ