ຍິນດີຕ້ອນຮັບທ່ານຮອງລັດຖະມົນຕີ ຫງວຽນວັນຟຸກ ມາຢ້ຽມຢາມ ແລະເຮັດວຽກກັບກະຊວງສຶກສາທິການ ແລະກິລາລາວ, ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະກິລາລາວ ປາດຖະໜາຢາກໃຫ້ສາຍພົວພັນຮ່ວມມືດ້ານການສຶກສາ ສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນໃນໄລຍະຈະມາເຖິງ, ຜ່ານນັ້ນປະກອບສ່ວນເຂົ້າໃນການຮ່ວມມືຮອບດ້ານລະຫວ່າງສອງປະເທດ.

leftcenterrightdel
ທ່ານ ຫງວຽນວັນຟຸກ ຮອງລັດຖະມົນຕີກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ແລະທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະກິລາລາວ. ພາບ: giaoducthoidai.vn

ເມື່ອເບິ່ງຄືນການຮ່ວມມືດ້ານການສຶກສາ ແລະກໍ່ສ້າງລະຫວ່າງສອງປະເທດໃນໄລຍະຜ່ານມາ, ທ່ານ ຫງວຽນວັນຟຸກ ໃຫ້ຮູ້ວ່າ ໃນສະພາບການໂລກ, ພາກພື້ນມີການຜັນແປສັບສົນຫຼາຍຢ່າງຍ້ອນພະຍາດໂຄວິດ-19, ແຕ່ດ້ວຍຄວາມເອົາໃຈໃສ່ຈາກການນຳພັກ, ລັດຖະບານສອງປະເທດ ແລະຄວາມມານະພະຍາຍາມຂອງກະຊວງສຶກສາຂອງສອງປະເທດ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງເພື່ອປະຕິບັດໃຫ້ສຳເລັດແຜນການຮ່ວມມືດ້ານການສຶກສາປີ 2020 ແລະ 2021. ໃນປີ 2022, ສອງກະຊວງ ຈະສືບຕໍ່ສົມທົບກັນຈັດຕັ້ງປະຕິບັດແຜນຮ່າງ “ຍົກສູງຄຸນນະພາບ ແລະປະສິດທິຜົນການຮ່ວມມືລະຫວ່າງຫວຽດນາມ-ລາວ ໃນຂົງເຂດການສຶກສາ ແລະພັດທະນາຊັບພະຍາກອນມະນຸດ ໄລຍະ 2021-2030”. 

leftcenterrightdel
ທ່ານ ຫງວຽນວັນຟຸກ ຮອງລັດຖະມົນຕີກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ແລະທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະກິລາລາວ ມອບຂອງຂວັນທີ່ລະນຶກ. ພາບ: giaoducthoidai.vn

ເມື່ອແລກປ່ຽນກ່ຽວກັບການຮ່ວມມືດ້ານການສຶກສາຂັ້ນມະຫາວິທະຍາໄລລະຫວ່າງສອງປະເທດ ແລະການກໍ່ສ້າງຊັບພະຍາກອນມະນຸດໃຫ້ປະເທດລາວ, ທ່ານ ຫງວຽນວັນຟຸກ ເນັ້ນໜັກເຖິງການຮັບປະກັນຄຸນນະພາບການກໍ່ສ້າງ. ໃນນັ້ນລວມມີຂັ້ນຕອນການຄັດເລືອກ, ຍົກສູງລະດັບຄວາມຮູ້ພາສາຫວຽດ ແລະກໍ່ສ້າງລົງເລິກຂະແໜງຢູ່ຕາມຮາກຖານການສຶກສາຫວຽດນາມແຫ່ງຕ່າງໆ, ພາຍຫຼັງການກໍ່ສ້າງ, ພວກນ້ອງສາມາດເສີມຂະຫຍາຍກໍາລັງຄວາມສາມາດ, ປະກອບສ່ວນເຂົ້າໃນການພັດທະນາຂອງສອງປະເທດ.

ໂດຍ: ເຈິ່ນຮວ່ຽນ