ເນື່ອງໃນໂອກາດໄຂສົກຮຽນໃໝ່ 2022-2023, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ  ໄດ້ສົ່ງຈົດໝາຍລະດົມກໍາລັງໃຈ, ຕັກເຕືອນເຖິງບັນດາຄູອາຈານ, ພະນັກງານຄຸ້ມຄອງ, ຜູ້ອອກແຮງງານຂະແໜງການສຶກສາ, ພໍ່ແມ່ນັກຮຽນ ແລະນັກສຶກສາໃນທົ່ວປະເທດ.

leftcenterrightdel
ພວກນ້ອງນັກຮຽນປໍ 1 ຢູ່ໂຮງຮຽນປະຖົມອຽນເຫງ້ຍ, ຮ່າດົງ, ຮ່າໂນ້ຍ ເບີກບານມ່ວນຊື່ນໃນວັນໄຂສົກຮຽນໃໝ່. ພາບ: qdnd.vn

ກ່ອນພິທີໄຂສົກຮຽນໃໝ່, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ລົງຢ້ຽມຢາມ ແລະລະດົມກໍາລັງໃຈນັກຮຽນ, ນັກສຶກສາ ແລະຄູອາຈານແຂວງຟູທໍ້. ສົກຮຽນນີ້, ກະຊວງສຶກສາ ແລະບຳລຸງສ້າງ ກໍານົດວ່າແມ່ນປີຈຸດສຸມໃນການຜັນຂະຫຍາຍໜ້າທີ່ປ່ຽນແປງໃໝ່ການສຶກສາຢູ່ຊັ້ນມັດທະຍົມ, ປະຕິບັດໂຄງການສຶກສາຊັ້ນມັດທະຍົມ 2018, ໃນນັ້ນ, ມີການຜັນຂະຫຍາຍການສອນຕາມຫຼັກສູດໃໝ່ສຳລັບປໍ 3, ມໍ 2, ມໍ 5; ປະເມີນປຶ້ມແບບຮຽນສຳລັບປໍ 4, ມໍ 3, ມໍ 6 ແລະ ກຽມຮຽບຮຽງໃຫ້ປໍ 5, ມໍ 4 ແລະ ມໍ 7.

leftcenterrightdel
ພວກນ້ອງນັກຮຽນຢູ່ໂຮງຮຽນມັດທະຍົມຕອນຕົ້ນ ດ່ວານທິດ້ຽມ, ນາມຕື່ລຽມ, ຮ່າໂນ້ຍ ຕ້ອນຮັບສົກຮຽນໃໝ່. ພາບ: qdnd.vn

ເພື່ອກະກຽມໃຫ້ແກ່ສົກຮຽນໃໝ່, ບັນດາໂຮງຮຽນແຫ່ງຕ່າງໆ ຈະຍູ້ແຮງການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນກິດຈະກໍາບໍລິຫານໂຮງຮຽນ, ການໂຄສະນາສື່ສານດ້ານການສຶກສາ ແລະການສິດສອນ, ການຮຽນ ແລະການປະເມີນຜົນນັກຮຽນ.

leftcenterrightdel
ນ້ອງນັກຮຽນຈາກໂຮງຮຽນມັດທະຍົມຕອນປາຍອຽນຮວ່າ, ເກົ່າໄຢ, ຮ່າໂນ້ຍ ເຂົ້າຮ່ວມພິທີໄຂສົກຮຽນໃໝ່ຢ່າງເບີກບານມ່ວນຊື່ນ. ພາບ: qdnd.vn

ທ່ານ ຫງວຽນກິມເຊີນ ລັດຖະມົນຕີກະຊວງສຶກສາ ແລະບຳລຸງສ້າງ ກໍ່ໄດ້ສົ່ງສານອວຍພອນກ່ອນໄຂສົກຮຽນໃໝ່. ທ່ານຫວັງວ່າ ບັນດາຄູອາຈານຈະອອກແຮງມານະພະຍາຍາມ, ສູ້ຊົນປັບປຸງຕົນເອງ ແລະປ່ຽນແປງໃໝ່ປະດິດສ້າງ ເພື່ອປະຕິບັດສຳເລັດພາລະກິດປ່ຽນແປງໃໝ່ໃຫ້ເປັນຢ່າງດີ.

ໂດຍ: ທະນາພອນ