leftcenterrightdel
ຄະນະນັກຮຽນຫວຽດນາມ ເຂົ້າຮ່ວມການສອບເສັງໂອລິມປິກຄອມພິວເຕີ ອາຊີ-ປາຊີຟິກ ປີ 2022. ພາບ: cand.com.vn.

ຕາມນັ້ນແລ້ວ, ຜູ້ເຂົ້າຮ່ວມສອບເສັງ 7/7 ຄົນລ້ວນແຕ່ຄວ້າໄດ້ຫຼຽນ, ໃນນັ້ນມີຫຼຽນຄໍາ 3 ຫຼຽນ ແລະຫຼຽນເງິນ 4 ຫຼຽນ. ຄອມພິວເຕີ ອາຊີ-ປາຊີຟິກ ປີ 2022 ມີຜູ້ເຂົ້າຮ່ວມການສອບເສັງ 888 ຄົນທີ່ມາຈາກ 35 ປະເທດ ແລະເຂດແຄວ້ນ. ຕາມການຈັດອັນດັບຫຼຽນ, ຫວຽດນາມ ໄດ້ຢືນອັນດັບທີ 3 ຖັດຈາກຈີນ, ລັດເຊຍ. ພາຍຫຼັງ 10 ປີທີ່ເຂົ້າຮ່ວມການສອບເສັງໂອລິມປິກຄອມພິວເຕີອາຊີ-ປາຊີຟິກ, ນີ້ແມ່ນປີທີ່ນັກຮຽນຫວຽດນາມ ບັນລຸໄດ້ໝາກຜົນດີທີ່ສຸດ.

ໂດຍ: ເຈິ່ນຮວ່ຽນ