leftcenterrightdel
ພິທີລົງນາມລະຫວ່າງ VKBIA ແລະມະຫາວິທະຍາໄລກົດໝາຍ ແລະດຳເນີນທຸລະກິດສາກົນ ສ.ເກົາຫຼີ. ພາບ: vtc.vn

ທີ່ພິທີ, ສອງຝ່າຍເຫັນດີເປັນເອກະສັນກ່ຽວກັບບັນດາເນື້ອໃນ ແລະຫວັງວ່າ ການຮ່ວມມືຍຸດທະສາດຄັ້ງນີ້ ຈະນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ການພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃນໄລຍະຈະມາເຖິງຂອງຫວຽດນາມ ແລະ ສ.ເກົາຫຼີ.

ສອງຝ່າຍຈະມານະພະຍາຍາມສົມທົບກັນຈັດຕັ້ງບັນດາໂຄງການ “ເວທີປາໄສແຫຼ່ງຊັບພະຍາກອນມະນຸດຫວຽດນາມ - ສ.ເກົາຫຼີ” ເພື່ອສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ສ.ເກົາຫຼີ, ຜ່ານນັ້ນສືບຕໍ່ປະກອບສ່ວນສ້າງກິດຈະກຳເຄື່ອນໄຫວຕ່າງໆ ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ.

ໂດຍ: ທະນາພອນ