leftcenterrightdel
EWF 2022 ເຕົ້າໂຮມລັດຖະມົນຕີການສຶກສາ ທີ່ມາຈາກກວ່າ 100 ປະເທດ. ພາບ: ສໍານັກຂ່າວສານຫວຽດນາມ

ດ້ວຍຫົວຂໍ້ວ່າ “ການສຶກສາ: ສ້າງອະນາຄົດໃຫ້ໝັ້ນຄົງກວ່າ, ຫານກ້າກວ່າ ແລະດີກວ່າ”, ເວທີປາໄສປີນີ້ ສຸມໃສ່ປຶກສາຫາລືວິທີການນໍາໃຊ້ເຕັກໂນໂລຢີ, ປັນຍາປະດິດ ແລະບົດຮຽນ ເພື່ອປັບປຸງລະບົບການສຶກສາ ແລະພື້ນຖານເສດຖະກິດໃນທົ່ວໂລກ.

ໃນຂອບເຂດ EWF 2022, ທ່ານ ຫງວຽນຮວ່າງລອງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອັງກິດ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີການສຶກສາອາຊຽນ ພາຍໃຕ້ການເປັນປະທານຂອງທ່ານ Alex Burghart ຮອງລັດຖະມົນຕີກະຊວງສຶກສາກ່ຽວກັບທັກສະຂອງອັງກິດ. ກອງປະຊຸມໄດ້ປຶກສາຫາລືກ່ຽວກັບສະພາບການຂອງພາກພື້ນ ແລະບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ສຸມໃສ່ເຂົ້າໃນຂົງເຂດເຕັກໂນໂລຢີການສຶກສາ ແລະພັດທະນາທັກສະສີຂຽວໃນອະນາຄົດເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການພາຍຫຼັງກອງປະຊຸມຄັ້ງທີ 26 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງສະຫະປະຊາຊາດ ວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດ (COP26). ກອງປະຊຸມຄັ້ງນີ້ສະແດງໃຫ້ເຫັນວ່າ ອັງກິດ ຍາມໃດກໍ່ຕີລາຄາສູງບົດບາດເປັນຄູ່ຮ່ວມມືເຈລະຈາຂອງອາຊຽນ ແລະຢາກເຮັດໃຫ້ການພົວພັນລະຫວ່າງສອງຝ່າຍໃນຂົງເຂດສຶກສາເລິກເຊິ່ງກວ່າ, ພ້ອມທັງເຂົ້າໃຈແຈ້ງບັນດາສິ່ງທ້າທາຍ ແລະຄວາມຮຽກຮ້ອງກ່ຽວກັບການສຶກສາຂອງອາຊຽນ.

leftcenterrightdel
ທ່ານ Steve Smith ທູດການສຶກສາສາກົນແຫ່ງ ລາຊະອານາຈັກ ອັງກິດ, ທ່ານ ຫງວຽນຮວ່າງລອງ ແລະທ່ານ Alex Burghart ທີ່ກອງປະຊຸມລັດຖະມົນຕີການສຶກສາອາຊຽນ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນຮວ່າງລອງ ຢັ້ງຢືນວ່າ ການສຶກສາແມ່ນໜຶ່ງໃນບັນດາບຸລິມະສິດຂອງອາຊຽນ ແລະ EWF 2022 ແມ່ນໂອກາດທີ່ດີເພື່ອໃຫ້ບັນດາປະເທດອາຊຽນຊອກຮູ້ການຮ່ວມມືລະຫວ່າງອັງກິດ ແລະບັນດາປະເທດໃນພາກພື້ນ, ບໍ່ພຽງແຕ່ໃນຂົງເຂດການສຶກສາເທົ່ານັ້ນ ແຕ່ຍັງຢູ່ໃນຂົງເຂດເສດຖະກິດອີກດ້ວຍ. ທ່ານ ຫງວຽນຮວ່າງລອງ ໃຫ້ຮູ້ວ່າ ຫວຽດນາມ ປາດຖະໜາຢາກຮ່ວມມືກັບອັງກິດ ເພື່ອປະຕິບັດບັນດາຄຳໝັ້ນສັນຍາທີ່ໄດ້ຍົກອອກຢູ່ COP26, ກໍ່ຄືໃນຂົງເຂດພັດທະນາທັກສະ.

ໂດຍ: ເຈິ່ນຮວ່ຽນ