leftcenterrightdel
ນັກສຶກສາເປັນຈໍານວນຫຼວງຫຼາຍເຂົ້າຮ່ວມການກວດລະດັບພາສາອັງກິດໃນວັນບຸນ. ພາບ: ທືເລ.

ວັນບຸນໂດຍສະມາຄົມນັກສຶກສາຫວຽດນາມ ນະຄອນໂຮ່ຈີມິນ ສົມທົບກັບສູນໜູນຊ່ວຍນັກຮຽນ, ນັກສຶກສານະຄອນ ຈັດຕັ້ງ, ສ້າງສະພາບແວດລ້ອມພົບປະແລກປ່ຽນພາສາອັງກິດ, ປະກອບສ່ວນຍົກສູງທັກສະພາສາອັງກິດ, ຄົ້ນພົບສະພາບແວດລ້ອມແຫ່ງການຮໍ່າຮຽນສາກົນໃຫ້ນັກສຶກສາ. ການເຄື່ອນໄຫວທັງໝົດໃນວັນບຸນລ້ວນແຕ່ນໍາໃຊ້ພາສາອັງກິດ, ດ້ວຍຫຼາຍເນື້ອໃນທີ່ມີຄວາມໝາຍ.

ໃນນັ້ນ, ນັກສຶກສາຕ້ອງຜ່ານການກວດໄວລະດັບພາສາອັງກິດ, ໂອ້ລົມກັບຄູສອນ, ນັກສຶກສາຕ່າງປະເທດ, ແບ່ງປັນບົດຮຽນໃນການຮໍ່າຮຽນ, ແນະນໍາວັດທະນະທໍາ ບັນດາປະເທດໃນໂລກ... ໃນຂອບເຂດວັນບຸນ, ຍັງມີຮ້ານແນະໜໍາບັນດາສູນກໍ່ສ້າງພາສາອັງກິດ, ບັນດາການເສັງພາສາອັງກິດ, ໃຫ້ຄຳປຶກສາກ່ຽວກັບວິທີຮຽນພາສາອັງກິດ.

ໂດຍ: ຈາງຫງວຽນ