leftcenterrightdel
ຕາງໜ້າຄະນະຈັດຕັ້ງມອບທຸງທີ່ລະນຶກໃຫ້ບັນດາທີມເຂົ້າຮ່ວມການແຂ່ງຂັນ. ພາບ: ມິງແອງ.

ດ້ວຍຫົວຂໍ້ “ເອກອ້າງທະນົງໃຈຫວຽດນາມ”, ການແຂ່ງຂັນມີການເຂົ້າຮ່ວມຂອງສໍາມະນາກອນເກືອບ 200 ຄົນທີ່ມາຈາກ 18 ຄະນະ. ບັນດາທີມທີ່ເຂົ້າຮ່ວມຈະແຂ່ງຂັນທີ່ຮອບຄັດເລືອກ, ເພື່ອຄັດເລືອກທີມເຂົ້າຮ່ວມການແຂ່ງຂັນຮອບຊີງຊະນະເລີດ. ໃນຮອບຄັດເລືອກ, ເນື້ອໃນແຂ່ງຂັນສຳລັບບຸກຄົນເກັ່ງກ້າສາມາດມີ 4 ທັກສະ (ຟັງ, ເວົ້າ, ອ່ານ, ຂຽນ); ເນື້ອໃນແຂ່ງຂັນສຳລັບໝູ່ຄະນະດີເລີດ, ແມ່ນຖ່າຍທຳຮູບພາບການແຂ່ງຂັນຖາມ-ຕອບ ແລະພາກເສັງປາກເປົ່າ ແລະເວົ້າ, ສ້າງເປັນ clip ຕາມຂໍ້ກໍານົດ, ສົ່ງໃຫ້ຄະນະຈັດຕັ້ງ. ໃນຮອບຊີງຊະນະເລີດ, ບັນດາທີມດີເລີດຈະແຂ່ງຂັນໂດຍກົງເພື່ອຄັດເລືອກທີມຊະນະເລີດ. ການແຂ່ງຂັນຈະສິ້ນສຸດລົງໃນວັນທີ 16 ເມສາ.

ໂດຍ: ຈາງຫງວຽນ