ງານ​ບຸນບໍ່​ພຽງ​ແຕ່​ແມ່ນ​ການ​ເຄື່ອນ​ໄຫ​ວ​ວັດ​ທະ​ນະ​ທຳ - ການ​ສຶກ​ສາເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ໂອ​ກາດ​ພົບ​ປະ​ແລກ​ປ່ຽນ ເພື່ອ​ປະ​ກອ​ບ​ສ່ວນ​ເຊື່ອມ​ຕໍ່​ພູມ​ປັນ​ຍາ, ແຜ່​ຂະຫຍາຍ​ຄຸນ​ຄ່າ​ອັນ​ຕັ້ງ​ໜ້າ​ຂອງ​ການ​ອ່ານ​ໃນ​ປະ​ຊາ​ຄົມ​ອີກ​ດ້ວຍ. ເຂົ້າ​ຮ່ວມ​ວັນ​ບຸນ, ອ້າຍ ກົງ​ມິນ​ຕວນ, ນັກ​ຄົ້ນ​ຄວ້າ​ມະ​ຫາ​ວິ​ທະ​ຍາ​ໄລ​ພະ​ລັງ​ງານມົດ​ສະ​ກູ, ແບ່ງ​ປັນ​ວ່າ: “ຂ້າ​ພະ​ເຈົ້າ​ມາ​ແຫ່ງນີ້ເພື່ອ​ເຂົ້າ​ຮ່ວມ​ການ​ໂຄ​ສະ​ນາ​ປຶ້ມ ແລະເຫັນ​ວ່ານີ້​ແມ່ນ​ການ​ເຄື່ອນ​ໄຫວ​ມີ​ຄວາມ​ໝາຍ​ທີ່​ສຸດ, ປະ​ກອບ​ສ່ວນ​ເຊື່ອມ​ຕ​ໍ່​ປະ​ຊ​າ​ຄົມ ແລະຜູ້​ມັກ​ຮັກ​ປຶ້ມ. ອ່ານ​ປຶ້ມບໍ່​ພຽງ​ແຕ່​ເພີ່ມຄວາມ​ຮູ້​ເທົ່​ານັ້ນ ຫາກ​ຍັງ​ເຮັດ​ໃຫ້​ຕົນ​ເອງ​ມີ​ຄວາມ​ຮູ້​ສຶກໜ້າ​ຈັບ​ໃຈ​ກວ່າກ່ຽວ​ກັບ​ຊີ​ວິດ​ອີກ​ດ້ວຍ”.

leftcenterrightdel
ແຜ່ຂະຫຍາຍວັດທະນະທຳການອ່ານ, ເຊື່ອມຕໍ່ພູມປັນຍາຊາວຫວຽດນາມ ຢູ່ ລັດເຊຍ. ພາບ: vov.vn

ພ້ອມ​ກັນ​ນັ້ນ, ລາຍ​ການກໍ່​ດຳ​ເນີນ​ການ​ມອບ​ລ​າງວັນ​ໃຫ້​ແກ່ກ​ານ​ແຂ່ງ​ຂັນ​ແນະ​ນຳ​ປຶ້ມ​ທີ່ມ​ີ​ຊື່​ວ່າ “ສຽງ​ຈາກ​ໜ້າ​ປຶ້ມ”. ບັນ​ດາ​ການ​ແນະ​ນຳ​ດ້ວ​ຍ​ຄຼິບ​ຢ່າງ​​ມີ​ຫົວ​ຄິດປະ​ດິ​ດ​ຄິດ​ສ້າງ ໄດ້​ແຜ່​ຂະຫຍາຍຄວາມ​ຮັກ​ຕໍ່​ປຶ້ມ, ພ້ອມທັງແບ່ງ​ປັນ​​ພູມ​ປັນ​ຍາ​ໃນ​ປະ​ຊາ​ຄົມ​ຊາວ​ໜຸ່ມ, ນັກ​ສຶ​ກ​ສາ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ