ຕອນ​ຄ່ຳ​ວັນ​ທີ 19 ເມ​ສາ, ງານ​ມະ​ຫາ​ກຳ​ກິ​ລານະ​ຄອນ​ໂຮ່​ຈີ​ມິນ ຄັ້ງ​ທີ 1 ໄດ້​ໄຂ​ຂຶ້ນ​ດ້ວຍ​ຂອບ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປັດ​ຈຸ​ບັນ, ໂດຍ​ມີ​ການ​ເຂົ້າ​ຮ່ວມຂອງ​ນັກ​ກິ​ລາ​ປະ​ມານ 10.000 ຄົນ ທີ່​ມາ​ຈາກ 168 ຄະ​ນະ​, ເຊິ່ງ​ຈະແຂ່ງ​ຂັນກິ​ລາ 44 ປະ​ເພດ ​ລວມ​ມີ 832 ເນື້ອ​ໃນ. ​ນີ້​ແມ່ນ​ບາດ​ກ້າວ​ກະ​ກຽມ​ກຳ​ລັງ​ໃຫ້​ແກ່​ງານ​ມະ​ຫາ​ກຳ​ກິ​ລາ​ທົ່ວ​ປະ​ເທດ ປີ 2026. ພິ​ທີ​ໄຂ​ໄດ້​ດຳ​ເນີນ​ດ້ວຍ​ບັນ​ດາ​ລາຍ​ການ​ສະ​ແດງ​ສິລະ​ປະ, ວັດ​ທະ​ນະ​ທຳ, ສິ​ລະ​ປະ​ຂີ່ລົດ​ຈັກ… ຫຼັງ​ຈາກ​ນັ້ນ,​ 168 ຄະ​ນະທີ່ມາ​ຈາກ 168 ຕາ​ແສງ ແລະ 2 ຄະ​ນະ​ນັກ​ກິ​ລາມາ​ຈາກກອງ​ບັນ​ຊາ​ການ​ນະ​ຄອນ, ຕຳຫຼວດ​ນະ​ຄອນ ​ແຫ່​​ຜ່ານຜາມ​ພິ​ທີ.

leftcenterrightdel
ບັນ​ດາ​ນັກ​ກິ​ລາ​ດີ​ເດັ່ນ​ຂອງ ນະ​ຄອນ​ໂຮ່​ຈີ​ມິນ ແຫ່​ທວນ​ໄຟ​ຂຶ້ນເວ​ທີ. ພາບ: vov.vn

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ ຫງວຽ​ໜ​ແມັ້ງ​ເກືອງ ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນໂຮ່​ຈີ​ມິນ ເນັ້ນໜັກ​ວ່າ: "ຈາກ​ບັນ​ຍາ​ກາດ​ຂອງ​ງານ​ມະ​ຫາ​ກຳ, ພວກ​ເຮົາ​ສືບ​ຕໍ່​ຍູ້​ແຮງ​ຂະ​ບວນ​ການ​ຝືກ​ຝົນຫຼໍ່ຫຼອມ​ຮ່າງ​ກາຍ, ຍົກ​ສູງ​ສຸ​ຂະ​ພາບກວ່າ​ອີກ, ສ້າງ​ຊາວ​ນະ​ຄອນ​ໂຮ່​ຈີ​ມິ​ນ ​ໃຫ້​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ, ມີ​ໄຫວ​ພິບ, ຄຸນ​ນະທາດ ແລະເຕັມ​ໄປ​ດ້ວຍ​ຄວາມ​ມຸ່ງ​ຫວັງ. ຜ່ານ​ນັ້ນ, ຕອບ​ສະ​ໜອງ​ພາ​ລະ​ກິດ​ແຫ່ງ​ການ​ສ້າງ​ສາ ແລະ​ພັດ​ທະ​ນານະ​ຄອນໂຮ່​ຈີ​ມິນ ໃນ​ສັງ​ກາດ​ໃໝ່".

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ