ສປປ.ເກົາຫຼີ ຖະແຫຼງຍິງທົດລອງລູກສອນໄຟນຳວິຖີຍຸດທະວິທີ
ຕອນເຊົ້າວັນທີ 20 ເມສາ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ອອກແຈ້ງການໂດຍໃຫ້ຮູ້ວ່າ ວັນທີ 19 ເມສາ, ສປປ.ເກົາຫຼີ ໄດ້ຍິງທົດລອງລູກສອນໄຟນຳວິຖີຍຸດທະວິທີໜ້າດິນຕ້ານໜ້າດິນ Hwasong-11 ລຸ້ນໄໝ່, ເພື່ອແນໃສ່ຕີລາຄາບັນດາລັກສະນະພິເສດ ແລະ ກຳລັງແຮງຂອງຫົວລູກສອນໄຟ. ການນຳ ສປປ.ເກົາຫຼີ Kim Jong Un ໄດ້ຕິດຕາມການຍິງ.
ຕາມນັ້ນແລ້ວ, ຈຸດປະສົງຂອງການຍິງທົດລອງແມ່ນເພື່ອຕີລາຄາຄວາມແຮງຂອງຫົວລະເບີດທີ່ປະກອບໃຫ້ລູກສອນໄຟນີ້. ລູກສອນໄຟນຳວິຖີຍຸດທະວິທີ 5 ລູກທີ່ໄດ້ຍິງນັ້ນ,ແມ່ນແນໃສ່ເປົ້າໝາຍຢູ່ເກາະແຫ່ງໜຶ່ງຫ່າງຈາກເຂດຍິງເກືອບ 140 ກມ ແລະ ບັນລຸໄດ້ປະສິດທິຜົນໃນວົງກວ້າງປະມານ 13 ເຮັກຕາ. ການນຳ Kim Jong Un ໄດ້ສະແດງຄວາມເພິ່ງພໍໃຈຕໍ່ຜົນການຍິງ, ພ້ອມທັງຖະແຫຼງວ່າ ການພັດທະນາ ແລະນຳໃຊ້ລູກລະເບີດໃຫ້ແກ່ບັນດາເປົ້າໝາຍທີ່ແຕກຕ່າງກັນ, ສາມາດຕອບສະໜອງ ຄວາມຕ້ອງການສູ້ຮົບຂອງກອງທັບ ສປປ.ເກົາຫຼີ ຢ່າງຄົບຖ້ວນ ແລະມີປະສິດທິຜົນ.
ແຫຼ່ງຄັດຈາກ: vovworld.vn