leftcenterrightdel
ທ່ານ ຫງວຽນວັນຟຸກ ຮອງລັດຖະມົນຕີກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ແລະທ່ານເອກອັກຄະລັດຖະທູດ ຮຸງກາຣີ ລົງນາມໃນຂໍ້ຕົກລົງຮ່ວມມືສະບັບຕ່າງໆ. ພາບ: ຕູ່ແອງ

ວັນທີ 29 ມີນາ, ຜູ້ຕາງໜ້າກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ແລະກະຊວງການຕ່າງປະເທດ ແລະເສດຖະກິດພົວພັນຕ່າງປະເທດຮຸງກາຣີ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືກ່ຽວກັບໂຄງການໃຫ້ທຶນສຶກສາ Stipendium Hungaricum ໄລຍະ 2022-2024; ຂໍ້ຕົກລົງຮ່ວມມືໃນຂົງເຂດການສຶກສາຂັ້ນມະຫາວິທະຍາໄລລະຫວ່າງກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ແລະກະຊວງປ່ຽນແປງໃໝ່ ແລະເຕັກໂນໂລຢີ ຮຸງກາຣີ ໄລຍະ 2022-2024. ການສຶກສາ ແລະກໍ່ສ້າງ ແມ່ນເສົາຄ້ຳສຳຄັນຂອງການພົວພັນສອງຝ່າຍລະຫວ່າງ ຫວຽດນາມ ແລະຮຸງກາຣີ ໃນຕະຫຼອດ 70 ກວ່າປີຜ່ານມາ ແລະບັນລຸໄດ້ບັນດາໝາກຜົນທີ່ພົ້ນເດັ່ນໃນການພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ຫວຽດນາມ. ໃນແຕ່ລະປີ, ຮຸງກາລີ ໃຫ້ທຶນສຶກສາ 200 ທຶນໃຫ້ແກ່ຫວຽດນາມ ໃນທຸກຂັ້ນການກໍ່ສ້າງ ແລະວິຊາຊີບທີ່ແຕກຕ່າງກັນ.

ໂດຍ: ທະນາພອນ