ວັນທີ 26 ມີນາ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ກ່າວປາໄສໄຂກອງປະຊຸມສຳມະນາແນະນຳການປະກອບອາຊີບ ດ້ວຍຫົວຂໍ້ "AMERICAN DREAM" (ຄວາມຝັນ ອາເມລິກາ) ປີ 2022.

leftcenterrightdel
ກອງປະຊຸມໄດ້ສ້າງຂີດໝາຍການເຄື່ອນໄຫວປະຈໍາປີຄືນໃໝ່ໂດຍສະມາຄົມຊາວໜຸ່ມ, ນັກສຶກສາ ຫວຽດນາມ ຢູ່ ນິວຢອກ ຈັດຕັ້ງ ພາຍຫຼັງການຢຸດຕິມາເປັນເວລາ 2 ປີ ຍ້ອນພະຍາດໂຄວິດ-19. ພາບ: baoquocte.vn

ກອງປະຊຸມໄດ້ຈັດຂຶ້ນດ້ວຍຫຼາຍເນື້ອໃນທີ່ອຸດົມສົມບູນ ຄື ເວທີປາໄສທາງໄກກ່ຽວກັບການໄປຮຽນຢູ່ອາເມລິກາ ເຊິ່ງຈັດຂຶ້ນໃຫ້ນັກຮຽນຊັ້ນມັດທະຍົມ; ໃຫ້ຄຳປຶກສາກຳນົດທິດແກ່ການປະກອບອາຊີບ… ກ່າວຄຳເຫັນໄຂກອງປະຊຸມສໍາມະນາ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ຕີລາຄາສູງການເຄື່ອນໄຫວທີ່ແທດຈິງນີ້ຂອງສະມາຄົມຊາວໜຸ່ມ, ນັກສຶກສາຫວຽດນາມ ຢູ່ ນິວຢອກ ໃນການຊ່ວຍເຫຼືອກັນຮ່ຳຮຽນ ແລະຊອກຫາກາລະໂອກາດພັດທະນາຕົນເອງ ກໍ່ຄືຄວາມສາມັກຄີໃນການສ້າງປະຊາຄົມ. ທ່ານເອກອັກຄະລັດຖະທູດ ປາດຖະໜາວ່າ ຊາວໜຸ່ມ, ນັກສຶກສາແຕ່ລະຄົນ ຈະເປັນຂົວຕໍ່ທາງພູມປັນຍາຢູ່ພາຍໃນປະເທດ ກັບສາກົນ, ສະແດງໃຫ້ເຫັນຄຸນຄ່າທາງດ້ານວັດທະນະທຳ ແລະທີ່ຕັ້ງຂອງຊາວຫວຽດນາມ ທີ່ມີຕໍ່ເພື່ອນມິດສາກົນ.

ໂດຍ: ທະນາພອນ