ເຂົ້າຮ່ວມພິທີມີທ່ານ ຮສຈ, ປອ ຟ້າມວັນຊອງ, ອະທິການບໍດີມະຫາວິທະຍາໄລເຕັກໂນໂລຢີມ່ຽນດົງ; ທ່ານ Henry ຫງວຽນ, ຄຸ້ມຄອງເຂດ ແລະບໍລິຫານຢູ່ຫວຽດນາມ, ສູນການສຶກສາສາກົນ, ມະຫາວິທະຍາໄລ Northern Arizona.

leftcenterrightdel
ພິທີລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງສອງຝ່າຍ. ພາບ: ເລທຸ໋ຍ.

ດ້ວຍຂໍ້ຕົກລົງຮ່ວມມືສະບັບນີ້, ນັກສຶກສາມະຫາວິທະຍາໄລເຕັກໂນໂລຢີມ່ຽນດົງ ຈະມີໂອກາດໄດ້ຮຽນຫຼັກສູດສາກົນຈາກອາຈານມະຫາວິທະຍາໄລ Northern Arizona. ນອກຈາກນັ້ນ, ນັກສຶກສາຍັງມີໂອກາດຮຽນເຊື່ອມຕໍ່ດ້ວຍທຶນການສຶກສາສູງ ແລະຄ່າໃຊ້ຈ່າຍປະຢັດໄດ້ເຖິງ 50% ເມື່ອທຽບໃສ່ມະຫາວິທະຍາໄລແຫ່ງອື່ນໆຢູ່ອາເມລິກາ.

ປະຈຸບັນ, ມະຫາວິທະຍາໄລເຕັກໂນໂລຢີມ່ຽນດົງ ແມ່ນໜຶ່ງໃນບັນດາຫົວໜ່ວຍກໍ່ສ້າງນໍາໜ້າໃນການຫັນປ່ຽນດີຈີຕອນ ແລະຫັນເປັນສາກົນໃນການກໍ່ສ້າງ. ພ້ອມກັບການລົງທຶນເປີດກວ້າງຂະໜາດໂຮງຮຽນ ແລະຍົກລະດັບຄຸນນະພາບການບໍາລຸງສ້າງ, ໂຄງການຮ່ວມມືບໍາລຸງສ້າງຄັ້ງນີ້ໄດ້ຕັ້ງຄວາມຫວັງໄວ້ວ່າຈະສ້າງສະພາບແວດລ້ອມແຫ່ງການຮໍ່າຮຽນທີ່ອັດສະລິຍະ, ເຊື່ອມໂຍງ ກໍ່ຄືຮັບປະກັນຄຸນນະພາບໃຫ້ນັກສຶກສາມີຄວາມຮູ້ ແລະທັກສະ, ມີຄວາມໝັ້ນໃຈ ແລະພ້ອມແລ້ວທີ່ຈະເຮັດວຽກຢູ່ວິສາຫະກິດ, ກຸ່ມບໍລິສັດຂະໜາດໃຫຍ່ຫຼັງຈາກຮຽນຈົບ.

ໂດຍ: ເຈິ່ນຮວ່ຽນ