leftcenterrightdel
ສະຫາຍ ຫງວຽນຈ້ອງເຫງ້ຍ ກ່າວຄໍາເຫັນທີ່ການພົບປະ. ພາບ: qdnd.vn

ທີ່ການຢ້ຽມຢາມ, ສະຫາຍ ຫງວຽນຈ້ອງເຫງ້ຍ ໄດ້ສົ່ງຄຳອວຍພອນອັນດີງາມເຖິງບັນດາຄູອາຈານຂອງສອງວິທະຍາຄານ. ເນັ້ນໜັກເຖິງບົດບາດຂອງ 2 ສູນບຳລຸງສ້າງ ແລະຄົ້ນຄວ້າສັງຄົມວິທະຍາຂອງກອງທັບປະຊາຊົນ ແລະຕຳຫຼວດປະຊາຊົນ, ໃນໄລຍະຈະມາເຖິງ, ສະຫາຍ ຫງວຽນຈ້ອງເຫງ້ຍ ຮຽກຮ້ອງໃຫ້: ຄະນະພັກ, ຄະນະຫົວໜ້າຂອງ 2 ກົມກອງສືບຕໍ່ຊາບຊຶມບັນດາມະຕິຂອງພັກວ່າດ້ວຍການສຶກສາ ແລະບຳລຸງສ້າງ; ສຸມໃສ່ກໍ່ສ້າງຖັນແຖວພະນັກງານການເມືອງໃຫ້ແກ່ກອງທັບປະຊາຊົນ, ຕໍາຫຼວດປະຊາຊົນເວົ້າສະເພາະ, ໃຫ້ພັກເວົ້າລວມ, ໃຫ້ມີຄຸນທາດດ້ານການເມືອງຢ່າງໝັ້ນແກ່ນ, ຈົງຮັກພັກດີຕໍ່ພັກ, ປະເທດຊາດ ແລະປະຊາຊົນຢ່າງເດັດຂາດ. ສືບຕໍ່ຊາບຊຶມ ແລະປະຕິບັດຍຸດທະສາດການສຶກສາ-ບຳລຸງສ້າງຢ່າງມີປະສິດທິຜົນ, ປະຕິບັດພາລະບົດບາດ, ໜ້າທີ່ທີ່ວາງອອກໃຫ້ສຳເລັດຢ່າງມີໄຊ. ຖັນແຖວພະນັກງານ, ຄູອາຈານຕ້ອງເປັນແບບຢ່າງ ເພື່ອໃຫ້ນັກຮຽນ, ນັກສຶກສາປະຕິບັດຕາມ; ມີລະດັບວິຊາສະເພາະສູງເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃນຍຸກສະໄໝໃໝ່...

ໂດຍ: ທະນາພອນ