leftcenterrightdel
ໄຂຊຸດຝຶກອົບຮົມສິດສອນພາສາຫວຽດນາມ ໃຫ້ຄູສອນຫວຽດນາມ ຢູ່ເອີຣົບ ແລະອາເມລິກາເໜືອ. ພາບ: baoquocte.vn.

ໃນລະຫວ່າງວັນທີ 6 ພະຈິກຫາວັນທີ 19 ທັນວາ, ຄູສອນຊາວຫວຽດນາມ ເກືອບ 130 ຄົນທີ່ອາໄສຢູ່ 20 ປະເທດ (ໂອຕາຣິດ, ໂປໂລຍ, ເບລາຣຸດ, ແບນຊິກ, ອາເມລິກາ, ການາດາ, ເຢຍລະມັນ...) ໄດ້ເຂົ້າຮ່ວມຊຸດຝຶກອົບຮົມສິດສອນພາສາຫວຽດນາມ ໃຫ້ຄູສອນຫວຽດນາມ ຢູ່ເອີຣົບ ແລະອາເມລິກາເໜືອ. ນີ້ແມ່ນຊຸດຝຶກອົບຮົມຄັ້ງທີ 2 ໃນຂອບເຂດການຝຶກອົບຮົມການສິດສອນພາສາຫວຽດນາມ ໃຫ້ແກ່ຄູສອນຫວຽດນາມ ຢູ່ຕ່າງປະເທດປີ 2021 ໂດຍຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດສົມທົບກັບກະຊວງສຶກສາ ແລະກໍ່ສ້າງຈັດຕັ້ງ.

ຊຸດຝຶກອົບຮົມແນໃສ່ນຳເອົາຄວາມຮູ້, ວິຊາການສິດສອນພາສາຫວຽດນາມ ທີ່ມີປະໂຫຍດ ແລະມີລັກສະນະນໍາໃຊ້ສູງມາໃຫ້ນັກສໍາມະນາກອນ. ຕອນບ່າຍວັນທີ 7 ພະຈິກ, ຊຸດຝຶກອົບຮົມສໍາລັບຄູອາຈານຊາວຫວຽດນາມ ອາໄສຢູ່ບັນດາປະເທດອາຊີ ແລະອົດສະຕາລີ ໄດ້ອັດລົງພາຍຫຼັງຜັນຂະຫຍາຍມາເປັນເວລາເກືອບ 1 ເດືອນ.

ໂດຍ: ທະນາພອນ