leftcenterrightdel
ສະມາຊິກຄະນະບໍລິຫານງານສະຫະພັນຊາວໜຸ່ມນັກສຶກສາຫວຽດນາມ ຢູ່ເອີຣົບ ອາຍຸການ 2021-2023. ພາບ: ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ຢູ່ຕ່າງປະເທດ.

ກອງປະຊຸມໃຫຍ່ໄດ້ມີການເຂົ້າຮ່ວມຂອງຜູ້ຕາງໜ້າຊາວໜຸ່ມນັກສຶກສາທີ່ມາຈາກ 11 ປະເທດ: ແບນຊິກ, ຝຣັ່ງ, ເຢຍລະມັນ, ເຊັກໂກ, ອອສເຕຣຍ, ໂປໂລຍ, ຮຸງກາຣີ, ໂຣມາເນຍ... ກອງປະຊຸມໃຫຍ່ໄດ້ຕົກລົງສ້າງຕັ້ງສະຫະພັນຊາວໜຸ່ມນັກສຶກສາຫວຽດນາມ ຢູ່ເອີຣົບ ຢ່າງເປັນທາງການ ແລະປຶກສາຫາລືເລືອກຕັ້ງຄະນະບໍລິຫານງານຊົ່ວຄາວ ດ້ວຍກໍາມະການ 24 ຄົນ. ທ່ານນາງ ຫງວຽນທິຢ້ຽວລີງ, ປະທານສະມາຄົມຊາວໜຸ່ມນັກສຶກສາຫວຽດນາມ ຢູ່ສາທາລະນະລັດເຊັກໂກ ໄດ້ຮັບເລືອກຕັ້ງເປັນປະທານຊົ່ວຄາວ. ສະຫະພັນຊາວໜຸ່ມນັກສຶກສາຫວຽດນາມ ຢູ່ເອີຣົບ ຈະເປັນຂົວເຊື່ອມຕໍ່ທີ່ໝັ້ນຄົງເຂັ້ມແຂງຂອງໄວໜຸ່ມຊາວຫວຽດນາມ ແລະເຊື້ອຊາດຫວຽດນາມ ຢູ່ເອີຣົບ, ພ້ອມທັງລະດົມແຫຼ່ງກໍາລັງຂອງປະຊາຄົມປັນຍາຊົນຫວຽດນາມ ຢູ່ຕ່າງປະເທດ ເພື່ອປະກອບສ່ວນ ເພື່ອບ້ານເກີດເມືອງນອນ ແລະປະກອບສ່ວນຮັດແໜ້ນການພົວພັນລະຫວ່າງບັນດາປະເທດເອີຣົບ ແລະຫວຽດນາມ.

ໂດຍ: ທະນາພອນ