leftcenterrightdel
ການນໍາກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ມອບດອກໄມ້ອວຍພອນບັນດານັກສອບເສັງທີ່ຍາດໄດ້ລາງວັນ. ພາບ: ກະຊວງສຶກສາ ແລະກໍ່ສ້າງຫວຽດນາມ.

ຕາມນັ້ນແລ້ວ, ຜູ້ເຂົ້າຮ່ວມການແຂ່ງຂັນ 4/4 ຄົນ ລ້ວນແຕ່ຍາດໄດ້ຫຼຽນ, ໃນນັ້ນມີ 3 ຫຼຽນຄໍາ, 1 ຫຼຽນເງິນ. ຫຼຽນຄໍາແມ່ນຂອງນ້ອງ ຫງວຽນຢຸຍແອງ ແລະນ້ອງ ຫງວຽນເລທາວແອງ (ນັກຮຽນມັດທະຍົມຕອນປາຍລົງເລິກວິຊາຮ່າໂນ້ຍ - Amsterdam, ຮ່າໂນ້ຍ); ນ້ອງ ຟ້າມດຶກນາມເຟືອງ (ນັກຮຽນມັດທະຍົມຕອນປາຍລົງເລິກວິຊາຫງວຽນຈ້າຍ, ແຂວງຫາຍເຢືອງ). ສ່ວນຫຼຽນເງິນ ແມ່ນໄດ້ແກ່ນ້ອງ ຫງວຽນຮວ່າງເຢືອງ (ນັກຮຽນມັດທະຍົມຕອນປາຍລົງເລິກວິຊາວິທະຍາສາດທໍາມະຊາດ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ). Olympic ເຄມີສາກົນປີ 2021 (IChO2021) ໂດຍຍີ່ປຸ່ນ ເປັນເຈົ້າພາບຈັດຕັ້ງຜ່ານລະບົບທາງໄກ ໃນລະຫວ່າງວັນທີ 25 ກໍລະກົດ - 2 ສິງຫາ ດ້ວຍການເຂົ້າຮ່ວມຂອງ 79 ປະເທດ ແລະເຂດແຄວ້ນ. ສິ້ນສຸດລະດັບ Olympic 2021, ຫວຽດນາມ ມີນັກຮຽນ 37 ຄົນເຂົ້າຮ່ວມ. ນັກຮຽນທັງໝົດ 37/37 ຄົນລ້ວນແຕ່ຮັບລາງວັນ, ໃນນັ້ນມີ 12 ຫຼຽນຄໍາ, 13 ຫຼຽນເງິນ, 10 ຫຼຽນທອງ ແລະໃບຍ້ອງຍໍ 2 ໃບ.

ໂດຍ: ຈາງຫງວຽນ