leftcenterrightdel
ນັກຮຽນຫວຽດນາມທັງ 6 ຄົນ ເຂົ້າຮ່ວມການແຂ່ງຂັນໂອລີມປິກຄະນິດສາດສາກົນປີ 2021 ລ້ວນແຕ່ຍາດໄດ້ຫຼຽນ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມຜົນການແຂ່ງຂັນໂອລີມປິກຄະນິດສາດສາກົນ ຄັ້ງທີ 62 (IMO) ທີ່ປະກາດໃນຕອນຄໍ່າວັນທີ 23 ກໍລະກົດ, ນ້ອງ ໂດ້ແບ໊ກຄວາ, ນັກຮຽນຫ້ອງ ມ.7, ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາ ຮ່າໂນ້ຍ-Amsterdam (ຮ່າໂນ້ຍ), ແມ່ນນັກຮຽນໜຶ່ງດຽວຂອງຄະນະຫວຽດນາມ ຍາດໄດ້ຫຼຽນຄໍາ. ນ້ອງ ໂດ້ແບ໊ກຄວາ ໄດ້ຮັບ 35/42 ຄະແນນ, ນອນໃນທອັບ 10 ຄົນທີ່ມີຜົນງານດີທີ່ສຸດຂອງການແຂ່ງຂັນ. ດ້ວຍຜົນງານນີ້, ຄະນະຫວຽດນາມ ຖືກຈັດອັນດັບທີ 14 ໃນຈໍານວນ 107 ປະເທດ ແລະເຂດແຄ້ວນເຂົ້າຮ່ວມການແຂ່ງຂັນໂອລີມປິກຄະນິດສາດສາກົນ ຄັ້ງທີ 62, ເພີ່ມຂຶ້ນ 3 ຂັ້ນເມື່ອທຽບໃສ່ປີ 2020. ຫວຽດນາມ ກໍ່ແມ່ນປະເທດຢູ່ອາຊີຕາເວັນອອກສ່ຽງໃຕ້ຖືກຈັດອັນດັບສູງສຸດໃນການແຂ່ງຂັນປີນີ້.

ການແຂ່ງຂັນໂອລີມປິກຄະນິດສາດສາກົນປີ 2021 ໂດຍສະຫະພັນລັດເຊຍ ເປັນເຈົ້າພາບຈັດຕັ້ງໄດ້ດໍາເນີນໃນລະຫວ່າງວັນທີ 19-20 ກໍລະກົດ 2021 ຜ່ານລະບົບທາງໄກ.

ໂດຍ: ເຈິ່ນຮວ່ຽນ