leftcenterrightdel
ນັກຮຽນຫວຽດນາມທັງໝົດ 4 ຄົນທີ່ເຂົ້າຮ່ວມການແຂ່ງຂັນໂອລີມປິກວິຊາຄອມພິວເຕີສາກົນປີ  2021 ລ້ວນແຕ່ຍາດໄດ້ຫຼຽນເງິນ. ພາບ: ສໍານັກຂ່າວສານຫວຽດນາມ.

ນັ້ນແມ່ນນ້ອງ ໂຮ່ງອັກວີ໋ງຟ໊າດ, ນັກຮຽນຫ້ອງ ມ.7, ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາ ກ໊ວກຮອັກ (ແຂວງເທື່ອທຽນເຫວ້); ເຈືອງວັນກ໊ວກບ໋າວ, ຫງວຽນຮວ່າງຫວູ໋, ນັກຮຽນຫ້ອງ ມ.6, ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາ ຟານໂບ້ຍເຈົາ (ແຂວງເງະອານ); ເລກວາງຮຸຍ, ນັກຮຽນຫ້ອງ ມ.7, ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາວິທະຍາສາດທໍາມະຊາດ (ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ). ການແຂ່ງຂັນປີນີ້ແມ່ນສິງກະໂປ ເປັນເຈົ້າພາບຈັດຂຶ້ນດ້ວຍການເຂົ້າຮ່ວມຂອງນັກຮຽນທັງໝົດ 351 ຄົນທີ່ມາຈາກ 90 ປະເທດໃນທົ່ວໂລກ. ຍ້ອນພະຍາດໂຄວິດ-19 ແກ່ຍາວ ສະນັ້ນການແຂ່ງຂັນນີ້ຈຶ່ງໄດ້ຈັດຕັ້ງເປັນປີທີ 2 ຕາມຮູບການທາງໄກ. ຄະນະນັກຮຽນຫວຽດນາມ ເຂົ້າຮ່ວມຢູ່ສະຖານທີ່ເຊື່ອມຕໍ່ໂຮງຮຽນມະຫາວິທະຍາໄລເຕັກໂນໂລຢີ (ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ) ໃນວັນທີ 19, ວັນທີ 22 ແລະວັນທີ 25 ມິຖຸນາ.

ໂດຍ: ເຈິ່ນຮວ່ຽນ