ໃນການຕ້ອນຮັບ, ທ່ານລັດຖະມົນຕີ ຫງວຽນກິມເຊີນ ໄດ້ແບ່ງປັນວ່າ ການສຶກສາ ແລະບຳລຸງສ້າງຂອງຫວຽດນາມ ພວມຢູ່ໃນໄລຍະທີ່ມີການຫັນປ່ຽນຢ່າງແຮງດ້ວຍການສືບຕໍ່ສຸມໃສ່ປ່ຽນແປງໃໝ່ຕາມແຜນນະໂຍບາຍຂອງພັກ, ລັດຖະບານ ນັບແຕ່ການສຶກສາສາມັນຈົນເຖິງການສຶກສາມະຫາວິທະຍາໄລ. ໃນນັ້ນສຸມໃສ່ພັດທະນາຄູອາຈານ; ເພີ່ມທະວີພື້ນຖານດ້ານວັດຖຸ, ກໍ່ຄືການຫັນປ່ຽນດີຈີຕອນໃນຂົງເຂດການສຶກສາ-ບໍາລຸງສ້າງ...

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: giaoducthoidai.vn

ເຊື່ອໝັ້ນການຮ່ວມມືລະຫວ່າງກະຊວງສຶກສາ ແລະບໍາລຸງສ້າງຫວຽດນາມ ແລະກະຊວງສຶກສາທິການ ແລະກິລາລາວ ຈະມີບາດກ້າວພັດທະນາໃນໄລຍະຈະມາເຖິງກວ່າອີກ, ທ່ານ ແສງເພັດ ຮຸ່ງບຸນຍວງ ສະແດງຄວາມຂອບໃຈຕໍ່ການໜູນຊ່ວຍ, ຊ່ວຍເຫຼືອຂອງຫວຽດນາມ ທີ່ມີຕໍ່ລາວ ໃນການບໍາລຸງສ້າງຊັບພະຍາກອນມະນຸດ.

ທີ່ການຕ້ອນຮັບ, ຜ່ານການແບ່ງປັນ, ແລກປ່ຽນ, ສອງຝ່າຍສະແດງຄວາມມານະພະຍາຍາມສົມທົບກັນຢ່າງແໜ້ນແຟ້ນໃນການຮ່ວມມືດ້ານການສຶກສາ ແລະພັດທະນາແຫຼ່ງຊັບພະຍາກອນມະນຸດຫວຽດນາມ-ລາວ ໃຫ້ນັບມື້ນັບມີຄຸນນະພາບ ແລະມີປະສິດທິຜົນກວ່າເກົ່າ; ປະກອບສ່ວນປັບປຸງ ແລະເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ, ຄວາມສາມັກຄີ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ-ລາວ.

ໂດຍ: ທະນາພອນ