ຕາມນັ້ນແລ້ວ, ຫວຽດນາມ ມີ 2 ຕົວແທນລອດເຂົ້າຕາຕະລາງຈັດອັນດັບທີ່ມີອິດທິພົນຊື່ສຽງນີ້ແມ່ນມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ (ອັນດັບ 251-300) ແລະມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈີມິນ (ອັນດັບ 401+).

leftcenterrightdel
ອັນດັບຂອງບັນດາໂຮງໂຮຽນມະຫາວິທະຍາໄລຂອງຫວຽດນາມ ໃນຕາຕະລາງຈັດອັນດັບ Young University rankings 2021. ພາບ: timeshigereducation.com.

ຕາຕະລາງຈັດອັນດັບ Young University rankings 2021 ຈັດອັນດັບມະຫາວິທະຍາໄລ ໄດ້ຮັບການສ້າງຕັ້ງຕໍ່າກວ່າ 50 ປີ, ໂດຍອີງໃສ່ບັນດາມາດຖານລວມມີ 13 ດັດຊະນີສັງກັດ 5 ມາດຖານໃຫຍ່: ການສິດສອນ (ກວມເອົາ 30% ໃນຍອດຄະແນນທັງໝົດ), ການຄົ້ນຄວ້າ (30%), ການຄັດສະເໜີວິທະຍາສາດ (30%), ແງ່ຫວັງສາກົນ (7,5%), ລາຍຮັບຈາກການຖ່າຍທອດຄວາມຮູ້ (2,5%). ໃນການຈັດອັນດັບປີ 2021, ຕາຕະລາງຈັດອັນດັບນີ້ມີ 475 ຮາກຖານການສຶກສາມະຫາວິທະຍາໄລທີ່ມາຈາກ 68 ປະເທດ ແລະເຂດແຄ້ວນ.

ໂດຍ: ທະນາພອນ