leftcenterrightdel
ທີມນັກຮຽນຮ່າໂນ້ຍ ເຂົ້າຮ່ວມການແຂ່ງຂັນໂອລີມປິກວິຊາຟິຊິກເອີລົບເໜືອ-ບານຕິກປີ 2021. ພາບ: ພະແນກສຶກສາ ແລະກໍ່ສ້າງຮ່າໂນ້ຍ.

ພວກນ້ອງເຂົ້າຮ່ວມການແຂ່ງຂັນລ້ວນແຕ່ແມ່ນນັກຮຽນມໍ 6 ໂຮງຮຽນມັດທະຍົມຕອນປາຍລົງເລິກຮ່າໂນ້ຍ-Amsterdam. ໃນນັ້ນ, ນັກຮຽນຍາດໄດ້ຫຼຽນຄໍາແມ່ນນ້ອງ ເຈິ່ນດີ່ງຢຸງ; ນັກຮຽນ 2 ຄົນຍາດໄດ້ຫຼຽນເງິນແມ່ນນ້ອງ ຫງວຽນແມັ້ງດື໊ກ ແລະເລດື໊ກອານ. ໂອລີມປິກວິຊາຟິຊິກເອີລົບເໜືອ-ບານຕິກ ແມ່ນການແຂ່ງຂັນທີ່ສະຫງວນໃຫ້ນັກຮຽນມັດທະຍົມຕອນປາຍຢູ່ບັນດາປະເທດໃນພາກພື້ນເອີລົບເໜືອ ແລະບານຕິກ. ການແຂ່ງຂັນໄດ້ຈັດຕັ້ງເປັນຄັ້ງທໍາອິດໃນປີ 2003. ປີ 2021, ການແຂ່ງຂັນໄດ້ຈັດຕັ້ງຢູ່ຊູແອັດ ໃນລະຫວ່າງວັນທີ 8-13 ພຶດສະພາ. ເຖິງຢ່າງໃດກໍ່ຕາມ, ຍ້ອນການຜັນແປຢ່າງສັບສົນຂອງພະຍາດໂຄວິດ-19, ການແຂ່ງຂັນໄດ້ຈັດຕັ້ງຜ່ານລະບົບທາງໄກ. ນີ້ແມ່ນຄັ້ງທໍາອິດທີ່ນັກຮຽນຮ່າໂນ້ຍ ເຂົ້າຮ່ວມການແຂ່ງຂັນນີ້.

ໂດຍ: ເຈິ່ນຮວ່ຽນ