leftcenterrightdel
ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ. ພາບ: tuoitrethudo.com.vn.

ຫວຽດນາມ ມີມະຫາວິທະຍາໄລ 4 ແຫ່ງ, ລວມມີ: ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ແລະມະຫາວິທະຍາໄລໂຕນດຶກຖັ໊ງ (ນະຄອນໂຮ່ຈີມິນ) ລອດເຂົ້າກຸ່ມອັນດັບທີ 401-600, ສ່ວນມະຫາວິທະຍາໄລສັບພະວິຊາຮ່າໂນ້ຍ ໄດ້ເຂົ້າໃນກຸ່ມອັນດັບທີ 601-800 ແລະມະຫາວິທະຍາໄລ Phenikaa (ຮ່າໂນ້ຍ) ໄດ້ຢູ່ໃນກຸ່ມອັນດັບທີ 801-1000.

THE Impact Rankings ແມ່ນມຸ່ງໄປເຖິງການຕີລາຄາຜົນສໍາເລັດຂອງບັນດາຮາກຖານການສຶກສາຂັ້ນມະຫາວິທະຍາໄລໃນການປະຕິບັດ 17 ເປົ້າໝາຍພັດທະນາແບບຍືນຍົງຂອງ ສປຊ, ຮຽກຮ້ອງໃຫ້ມີການກະທໍາທົ່ວໂລກດ້ວຍເປົ້າໝາຍກໍ່ສ້າງສັງຄົມສັນຕິພາບ, ຍຸຕິທໍາ ແລະວັດທະນາຖາວອນ.  ການຈັດອັນດັບປີ 2021 ມີຮາກຖານການສຶກສາຂັ້ນມະຫາວິທະຍາໄລໃນໂລກ 1.115 ແຫ່ງເຂົ້າຮ່ວມ.

ໂດຍ: ທູຈາງ