leftcenterrightdel
ການຈັດອັນດັບຂະແໜງຄະນິດສາດຂອງສອງມະຫາວິທະຍາໄລຢູ່ຫວຽດນາມ. ພາບ: vietnamplus.vn.

ຄຽງຂ້າງ 4 ຂະແໜງບໍາລຸງສ້າງໄດ້ມີຊື່ໃນຕາຕະລາງຈັດອັນດັບກ່ອນນັ້ນ ລວມມີ: ພາກວິຊາຄອມພິວເຕີ ແລະລະບົບຂໍ້ມູນຂ່າວສານ; ເຕັກນິກກົນຈັກ, ການບິນ ແລະປະດິດສ້າງ; ຄະນິດສາດ; ຟິຊິກ ແລະດາລາສາດ, ປີນີ້, ເປັນຄັ້ງທໍາອິດທີ່ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ມີຂະແໜງທຸລະກິດ ແລະຄົ້ນຄວ້າການຄຸ້ມຄອງບໍລິຫານ ໄດ້ຈັດອັນດັບຢູ່ໃນຕາຕະລາງນີ້. ນີ້ກໍ່ແມ່ນຮາກຖານການສຶກສາຂັ້ນມະຫາວິທະຍາໄລແຫ່ງທໍາອິດຢູ່ຫວຽດນາມ ທີ່ມີຂະແໜງທຸລະກິດ ແລະຄົ້ນຄວ້າການຄຸ້ມຄອງບໍລິຫານໄດ້ຈັດອັນດັບ ແລະຢູ່ອັນດັບທີ 501-550 ໃນຈໍານວນ 1.161 ຮາກຖານການສຶກສາເຂົ້າຮ່ວມການຈັດອັນດັບ. ພ້ອມກັນນັ້ນ, ມະຫາວິທະຍາໄລສັບພະວິຊາຮ່າໂນ້ຍ ມີ 4 ກຸ່ມຂະແໜງໄດ້ຈັດອັນດັບລວມມີ: ພາກວິຊາຄອມພິວເຕີ ແລະລະບົບຂໍ້ມູນຂ່າວສານ; ເຕັກນິກໄຟຟ້າ-ເອເລັກໂຕນິກ, ເຕັກນິກກົນຈັກ, ການບິນ ແລະປະດິດສ້າງ; ຄະນິດສາດ.

ໂດຍ: ເກື່ອງດັ້ງ