ຫໍສະໝຸດ “Dream Plus Library” ແມ່ນໂຄງການສົ່ງເສີມ, ຮ່ວມມືພັດທະນາໃນຂົງເຂດວັດທະນະທໍາ-ການສຶກສາ; ກໍ່ສ້າງສະຖານທີ່ຊົມໃຊ້ວັດທະນະທໍາ ແລະອ່ານປຶ້ມ; ໜູນຊ່ວຍການແລກປ່ຽນ, ການພົບປະແລກປ່ຽນວັດທະນະທຳ; ໂຄສະນາຂໍ້ມູນຂ່າວສານ... ເພື່ອແນໃສ່ຍົກສູງຄຸນນະພາບຊີວິດການເປັນຢູ່ທາງດ້ານຈິດໃຈໃຫ້ແກ່ປະຊາຊົນຫວຽດນາມ, ໂດຍກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ ສ.ເກົາຫຼີ ຜັນຂະຫຍາຍແຕ່ປີ 2016. ມາຮອດປະຈຸບັນໄດ້ກໍ່ສ້າງຫໍສະໝຸດ 14 ແຫ່ງຢູ່ບັນດາໂຮງຮຽນປະຖົມ, ມັດທະຍົມຕອນຕົ້ນ, ມັດທະຍົມຕອນປາຍ ຢູ່ບາງທ້ອງຖິ່ນຂອງຫວຽດນາມ.

leftcenterrightdel
ພິທີມອບ-ຮັບຫໍສະໝຸດ “Dream Plus Library”. ພາບ: ຫວຽດລາມ.

ຫໍສະໝຸດ “Dream Plus Library” ຕັ້ງຢູ່ຊັ້ນ 4 ຫໍສະໝຸດຮ່າໂນ້ຍ, ນີ້ແມ່ນສະຖານທີ່ວັດທະນະທໍາ, ອ່ານປ້ຶມສໍາລັບເຍົາວະຊົນທີ່ໄດ້ອອກແບບທັນສະໄໝ, ດູດດື່ມ, ງາມຕາ. ຫໍສະໝຸດມີປຶ້ມ 400 ເຫຼັ້ມ, ລວມມີບັນດາບົດປະພັນວັນນະຄະດີຂອງ ສ.ເກົາຫຼີ ທີ່ແປອອກເປັນພາສາຫວຽດນາມ ແລະບັນດາບົດປະພັນວັນນະຄະດີໃໝ່ຂອງຫວຽດນາມ. ຢູ່ທີ່ນີ້, ນອກຈາກໄດ້ອ່ານປຶ້ມແລ້ວ, ພວກນ້ອງເຍົາວະຊົນຍັງໄດ້ສໍາຜັດກັບພື້ນຖານວັດທະນະທໍາ ສ.ເກົາຫຼີ ອີກ, ຄື: ດົນຕີ, ສາຍຮູບເງົາ...

ໂດຍ: ເກື່ອງດັ້ງ