ນັກສອບເສັງຫວຽດນາມ 24 ຄົນເຂົ້າຮ່ວມການແຂ່ງຂັນ Olympic ສາກົນ ແລະພາກພື້ນລ້ວນແຕ່ຍາດໄດ້ລາງວັນ, ດ້ວຍຫຼຽນຄໍາ 9 ຫຼຽນ, ຫຼຽນເງິນ 8 ຫຼຽນ, ຫຼຽນທອງ 5 ຫຼຽນ ແລະໃບຍ້ອງຍໍ 2 ໃບ. ເປັນໜ້າເອົາໃຈໃສ່ແມ່ນມີນັກສອບເສັງ 4/4 ຄົນທີ່ເຂົ້າຮ່ວມການແຂ່ງຂັນ Olympic ວິຊາເຄມີສາດສາກົນປີ 2020 ລ້ວນແຕ່ຍາດໄດ້ຫຼຽນຄໍາ. ຢືນອັນດັບທີ 2 ໃນບັນດາທີມເຂົ້າຮ່ວມການແຂ່ງຂັນ.

leftcenterrightdel
ນັກສອບເສັງ 4 ຄົນຂອງທີມຫວຽດນາມ ເຂົ້າຮ່ວມການແຂ່ງຂັນ Olympic ວິຊາເຄມີສາດສາກົນປີ 2020 ລ້ວນແຕ່ຍາດໄດ້ຫຼຽນຄໍາ. ພາບ: vietnamnet.vn.

ຕາມການຕີລາຄາຂອງກະຊວງສຶກສາ ແລະບໍາລຸງສ້າງແລ້ວ, ຜົນງານຂອງບັນດາທີມນັກຮຽນຫວຽດນາມ ເຂົ້າຮ່ວມການແຂ່ງຂັນ Olympic ສາກົນ ແລະພາກພື້ນໃນໄລຍະແຕ່ປີ 2016 ມາຮອດປະຈຸບັນໄດ້ຮັບການຍົກສູງເທື່ອລະກ້າວ. ປີ 2016, ທົ່ວປະເທດມີນັກຮຽນ 36/37 ຄົນເຂົ້າຮ່ວມການແຂ່ງຂັນ Olympic ສາກົນ ແລະພາກພື້ນຍາດໄດ້ລາງວັນ; ປີ 2018 ແລະ 2019 ມີນັກຮຽນ 38/38 ຄົນ ຍາດໄດ້ລາງວັນ.

ໂດຍ: ທະນາພອນ