ໃນການໂອ້ລົມກັບນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ, ທ່ານ ສຈ, ປອ ວິທະຍາສາດ ຟານຊວນເຊີນ ຢັ້ງຢືນວ່າ: ການຄົ້ນຄວ້າ ແລະເຊີດຊູຜູ້ທີ່ມີຊື່ສຽງ ບໍ່ພຽງແຕ່ເພື່ອເປັນການສະແດງຄວາມຮູ້ບຸນຄຸນໃນອະດີດເທົ່ານັ້ນ, ຫາກຍັງແມ່ນວິທີປູກຝັງຂອງຊາດ, ເປັນຕົ້ນແມ່ນໃນສະພາບແວດລ້ອມທີ່ລຸ້ນໜຸ່ມພວມໄດ້ຮັບຜົນກະທົບຈາກກະແສວັດທະນະທຳຕ່າງຊາດ.
ນັກຂ່າວ: ຕາມທ່ານ ສຈ ແລ້ວ, ຜູ້ທີ່ມີຊື່ສຽງມີບົດບາດຄືແນວໃດໃນການພັດທະນາຂອງຊາດຫວຽດນາມ?
ທ່ານ ສຈ, ປອ ວິທະຍາສາດ ຟານຊວນເຊີນ: ຜູ້ທີ່ມີຊື່ສຽງ- ພາສາຫວຽດ ແມ່ນຄົນດັງ, ຕາມຄວາມໝາຍທີ່ຕັ້ງໜ້າແລ້ວ, ແມ່ນຜູ້ທີ່ມີການປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ປະເທດຊາດ, ໃຫ້ແກ່ປະຊາຊົນໃນຊີວິດ ແລະພາລະກິດຂອງຕົນ. ທ່ານ ຫງວຽນຈ໋າຍ ເຄີຍເວົ້າວ່າ: “ເຖິງວ່າກຳລັງແຮງ ແລະຄວາມອ່ອນແອຈະແຕກຕ່າງກັນໃນແຕ່ລະຍຸກສະໄໝກໍຕາມ/ແຕ່ກໍຍັງມີວິລະຊົນໃນທຸກລຸ້ນຄົນ”, ສ່ວນທ່ານ ເທິນເຍິນຈູງ ເຄີຍຂຽນໃນສິລາຈາລຶກ ວັນມ໊ຽວ-ກວ໊ກຕື້ຢ້າມ ວ່າ: “ຜູ້ມີຄວາມສາມາດ ແລະຄຸນນະທຳແມ່ນເຄົ້າກຳລັງແຮງຂອງຊາດ”. ສາມາດເຫັນໄດ້ວ່າຄົນມີຄວາມສາມາດ ແລະຄຸນນະທຳລ້ວນແຕ່ແມ່ນບຸກຄົນທີ່ມີຊື່ສຽງ. ເຂົາເຈົ້າອາດຈະຢູ່ໃນຫຼາຍຂົງເຂດ, ນັບແຕ່ເສດຖະກິດ, ສັງຄົມ, ການເມືອງ ຈົນເຖິງວັດທະນະທໍາ, ການບັນເທີງ, ການສຶກສາ... ຜູ້ທີ່ມີຊື່ສຽງໃນຫຼາຍໄລຍະປະຫວັດສາດ, ນັບແຕ່ສະໄໝ ຮຸ່ງເວືອງ ຈົນເຖິງ ດີງ, ຫຼີ, ເຈິ່ນ, ເລ ແລະກໍ່ມາຮອດຍຸກສະໄໝໂຮ່ຈີມິນ... ແຕ່ລະສະໄໝລ້ວນແຕ່ມີຜູ້ທີ່ມີຊື່ສຽງຫຼາຍຄົນ. ຜູ້ທີ່ມີຊື່ສຽງແມ່ນປະຊາຊົນທີ່ມີການປະກອບສ່ວນອັນໃຫຍ່ຫຼວງຕໍ່ການຄົງຕົວ ແລະການພັດທະນາຂອງປະເທດ. ເຂົາເຈົ້າແມ່ນແບບຢ່າງທີ່ດີເດັ່ນໃຫ້ແກ່ຄວາມຍອດຢ້ຽມຂອງຊາດ ແລະກຽດສັກສີຂອງຊາວຫວຽດນາມ. ສາມາດເວົ້າໄດ້ວ່າເຂົາເຈົ້າໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຕ່າງໆໃນສະພາບແວດລ້ອມແຫ່ງການດຳລົງຊີວິດຂອງຕົນ, ຜ່ານຜ່າ ແລະປະສົບຜົນສຳເລັດ.
    |
 |
ທ່ານ ສຈ, ປອ ວິທະຍາສາດ ຟານຊວນເຊີນ, ຫົວໜ້າສະຖາບັນຄົ້ນຄວ້າຜູ້ທີ່ມີຊື່ສຽງ. ພາບ: ມາຍຢຸງ |
ນັກຂ່າວ: ເປັນຫຍັງພວກເຮົາຈຶ່ງຕ້ອງຄົ້ນຄວ້າ ແລະເຊີດຊູຜູ້ທີ່ມີຊື່ສຽງໃນປະຫວັດສາດຂອງຊາດ, ຮຽນທ່ານ ສຈ?
ທ່ານ ສຈ, ປອ ວິທະຍາສາດ ຟານຊວນເຊີນ: ການເຄົາລົບຄົນທີ່ມີຄວາມສາມາດ ແລະຄຸນນະທຳແມ່ນຄຸນນະພາບອັນສູງສົ່ງຂອງທຸກໆຊາດ ເພາະມັນຍັງເປັນການເຄົາລົບນັບຖືຜູ້ຄົນ. ຖ້າພວກເຮົາຢາກເຂົ້າໃຈປະເທດຕົນຢ່າງເລິກເຊິ່ງ, ພວກເຮົາຈໍາເປັນຕ້ອງເຂົ້າໃຈໃຫ້ຫຼາຍກ່ຽວກັບຜູ້ທີ່ມີຊື່ສຽງໃນປະຫວັດສາດແຕ່ລະໄລຍະຍິ່ງຫຼາຍຍິ່ງເປັນການດີ, ຍິ່ງມີຄວາມລະອຽດ, ຍິ່ງເລິກເຊິ່ງຍິ່ງເປັນການດີ. ຫຼາຍປະເທດໃນໂລກໄດ້ສະແດງໃຫ້ເຫັນການຖືເປັນສໍາຄັນຕໍ່ຜູ້ທີ່ມີຊື່ສຽງຜ່ານຫຼາຍຮູບການເຊີດຊູທີ່ອຸດົມສົມບູນ, ຄື: ເສັ່ນໄຫວ້ບູຊາຜູ້ທີ່ມີຊື່ສຽງ (ຝຣັ່ງ), ທາງຫຼວງກຽດຕິຍົດ (ອາເມລິກາ)... ພາລະກໍາຂອງການຄົ້ນຄວ້າຜູ້ທີ່ມີຊື່ສຽງແມ່ນມີຄວາມສໍາຄັນຫຼາຍຕໍ່ທຸກໆປະເທດ. ໃນຫຼາຍປະເທດ, ເຂົາເຈົ້າຄົ້ນຄວ້າຜູ້ທີ່ມີຊື່ສຽງຄົບຖ້ວນພໍສົມຄວນ ແລະຈັດພິມເປັນປຶ້ມຈຳໜ່າຍ ແລະສ້າງຕູ້ປຶ້ມກ່ຽວກັບຜູ້ທີ່ມີຊື່ສຽງໃຫ້ເພື່ອນຜູ້ອ່ານເປັນຈໍານວນຫຼວງຫຼາຍໃນໂລກ.
ໃນຄວາມຮັບຮູ້ລວມຂອງຊາວຫວຽດນາມ, ພວກເຮົາເຊີດຊູ, ເຄົາລົບພື້ນຖານວັດທະນະທຳ, ແບບແຜນຊາວຫວຽດນາມນັ້ນຍິ່ງຕ້ອງເຊີດຊູຜູ້ທີ່ມີຊື່ສຽງຫວຽດນາມ, ວິລະຊົນ, ຜູ້ມີຄວາມເກັ່ງກ້າ, ມີຄວາມຮູ້ຄວາມສາມາດຂອງຊາວຫວຽດນາມ. ການຄົ້ນຄວ້າຜູ້ທີ່ມີຊື່ສຽງໄດ້ປະກອບສ່ວນເຮັດໃຫ້ຊີວິດ, ພາລະກິດທີ່ປະສົບຜົນສໍາເລັດນັ້ນຈະແຈ້ງຂຶ້ນ ກໍ່ຄືຄຸນຄ່າຂອງຜູ້ທີ່ມີຊື່ສຽງແຕ່ລະຄົນ, ຈາກນັ້ນໂຄສະນາ, ເສີມຂະຫຍາຍຄຸນຄ່າເຫຼົ່ານັ້ນໃນການດຳລົງຊີວິດຕົວຈິງ.
ພາລະກໍາຂອງການຄົ້ນຄວ້າຜູ້ທີ່ມີຊື່ສຽງແມ່ນໃຫຍ່ຫຼວງ, ຮຽກຮ້ອງໃຫ້ມີການຮ່ວມແຮງຮ່ວມໃຈຂອງຫຼາຍຄົນ ແລະພວກຂ້າພະເຈົ້າຫວັງວ່າຈະໄດ້ຮັບການສະໜັບສະໜູນຂອງສັງຄົມ, ຂອງພັກ, ລັດ... ເຂົ້າຮ່ວມວຽກງານນີ້.
ນັກຂ່າວ: ສະຖາບັນ ຈະເຮັດແນວໃດເພື່ອນໍາຮູບພາບຜູ້ທີ່ມີຊື່ສຽງຫວຽດນາມ ໄດ້ໃກ້ຊິດກັບໄວໜຸ່ມ, ໃນຂະນະທີ່ເຂົາເຈົ້າ ພວມໄດ້ຮັບຜົນສະທ້ອນຈາກວັດທະນະທໍາຕ່າງປະເທດ?
ທ່ານ ສຈ, ປອ ວິທະຍາສາດ ຟານຊວນເຊີນ: ທໍາອິດ, ພວກຂ້າພະເຈົ້າ ຈະມຸ່ງໄປເຖິງສິ່ງທີ່ຊີວິດປະຈຸບັນພວມວາງອອກໂດຍກົງໃຫ້ແກ່ພາລະກິດພັດທະນາໃນຕໍ່ໜ້າ ແລະຍາວນານ. ຕົວຢ່າງຄືບັນດາແບບຢ່າງໃນປະຫວັດສາດທີ່ສອດຄ່ອງກັບທິດທາງການພັດທະນາໃນປະຈຸບັນແມ່ນຜູ້ທີ່ມີຊື່ສຽງໄດ້ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ເອກະລາດ, ເປັນເຈົ້າຕົນເອງ, ຜ່ານຜ່າຄວາມຫຍຸ້ງຍາກ... ໃນທຸກຂົງເຂດ, ກໍ່ຈະໃຫ້ບຸລິມະສິດຄົ້ນຄວ້າກ່ອນຜູ້ທີ່ມີຊື່ສຽງໃນຂົງເຂດການເມືອງ, ວັດທະນະທໍາ, ເສດຖະກິດ ... ຄວາມຈິງ, ນີ້ແມ່ນຂໍ້ຈໍາກັດໜຶ່ງຂອງພວກເຮົາເພາະວ່າແຕ່ດົນມາແລ້ວພວກເຮົາໄດ້ເວົ້າຫຼາຍ, ຄົ້ນຄວ້າຫຼາຍແບບຢ່າງກ່ຽວກັບການຕ້ານສັດຕູ, ຮັກສາປະເທດ ແຕ່ຍັງບໍ່ທັນມີຜູ້ທີ່ມີຊື່ສຽງຫຼາຍຄົນເຮັດວິທະຍາສາດ, ເຮັດເສດຖະກິດ.
ລຸ້ນໜຸ່ມຫວຽດນາມ ມີມູນເຊື້ອຂອງຊາວຫວຽດນາມຢູ່ແລ້ວ. ໃນຊຸມປີມໍ່ໆມານີ້, ລຸ້ນໜຸ່ມຂອງພວກເຮົາໄດ້ສະແດງໃຫ້ເຫັນຄວາມຮັກຊາດທີ່ສຸດ. ເຂົາເຈົ້າໄດ້ສະແດງ, ແຕ່ງເພງ, ສ້າງສັນຍາລັກ, ເຜີຍແຜ່ພາບພົດຂອງປະເທດ... ການກະທຳດັ່ງກ່າວໄດ້ເຮັດໃຫ້ຄົນລຸ້ນກ່ອນຫຼາຍຄົນປະຫຼາດໃຈ ແລະສະເທືອນໃຈ. ສະນັ້ນບັນຫາຢູ່ທີ່ນີ້ແມ່ນເຮັດແນວໃດເພື່ອໃຫ້ພວກເຮົາສະໜອງວັດຖຸພັນໃຫ້ລຸ້ນໜຸ່ມ, ສະໜອງສະພາບແວດລ້ອມແຫ່ງການດໍາລົງຊີວິດເພື່ອໃຫ້ລຸ້ນໜຸ່ມໄດ້ສະແດງອອກ, ເສີມຂະຫຍາຍນ້ຳໃຈຮັກຊາດຂອງເຂົາເຈົ້າ. ຄືແນວນັ້ນ ແນ່ນອນວ່າລຸ້ນໜຸ່ມຫວຽດນາມ ຈະເປັນຜູ້ຮັກຊາດຢ່າງແທ້ຈິງ.
ຢາກສຶກສາອົບຮົມໃຫ້ລຸ້ນໜຸ່ມ, ຕ້ອງກະກຽມໃຫ້ດີທັງດ້ານເນື້ອໃນ ແລະຮູບການ. ໃນສະພາບການຂອງຂໍ້ມູນຂະໜາດໃຫຍ່, ມັນຈໍາເປັນຕ້ອງເລືອກຂໍ້ມູນທີ່ເປັນປະໂຫຍດແທ້ໆ. ກ່ຽວກັບຮູບການ, ສາມາດໝູນໃຊ້ພາຫະນະທີ່ທັນສະໄໝ, ເຕັກໂນໂລຢີດີຈີຕອນເພື່ອສະແດງໃຫ້ເຫັນຊີວິດ, ພາລະກິດຂອງຜູ້ທີ່ມີຊື່ສຽງຢ່າງມີຊີວິດຊີວາ, ມີໄຫວພິບ, ຮັບເອົາໄດ້ງ່າຍ, ເໝາະສົມສໍາລັບໄວໜຸ່ມ.
ນັກຂ່າວ: ຂໍຂອບໃຈທ່ານ!
ໂດຍ: ເຈິ່ນຮວ່ຽນ