ໄຂງານບຸນພົບປະແລກປ່ຽນມິດຕະພາບ ຫວຽດນາມ-ອາເມລິກາ
ກປ.ອອນໄລ - ງານບຸນພົບປະແລກປ່ຽນມິດຕະພາບ ຫວຽດນາມ-ອາເມລິກາ ຢູ່ນະຄອນໂຮ່ຈີມິນ ໄດ້ດຶງດູດຊາວໜຸ່ມເປັນຈຳນວນຫຼວງຫຼາຍ, ເພື່ອສະເຫຼີມສະຫຼອງ 30 ປີແຫ່ງການພົວພັນທາງການທູດລະຫວ່າງສອງປະເທດ.
ຕອນຄໍ່າວັນທີ 6 ກັນຍາ, ຢູ່ນະຄອນໂຮ່ຈີມິນ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (VUFO), ຄະນະທູຕານຸທຸດອາເມລິກາ ປະຈຳ ຫວຽດນາມ ແລະຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ໄດ້ສົມທົບກັນຈັດຕັ້ງພິທີໄຂງານບຸນພົບປະແລກປ່ຽນມິດຕະພາບ ຫວຽດນາມ-ອາເມລິກາ (U.S -Vietnam Friendship Festival), ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ອາເມລິກາ (1995-2025).
    |
 |
ທ່ານ Marc Knapper ເອກອັກຄະລັດຖະທູດອາເມລິກາ ປະຈຳ ຫວຽດນາມ ພົບປະກັບຊາວໜຸ່ມນະຄອນໂຮ່ຈີມິນ. ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ງານບຸນ, ປະຊາຊົນນັບພັນຄົນ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ, ຊາວໜຸ່ມນະຄອນໂຮ່ຈີມິນ ໄດ້ມາຢ້ຽມຢາມ ແລະເຂົ້າຮ່ວມການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ກິລາ, ການລະຫຼີ້ນພື້ນເມືອງຂອງສອງປະເທດ; ຊິມອາຫານອາເມລິກາ; ການເຄື່ອນໄຫວແນະນຳບັນດາຜົນງານໃນການພັດທະນາການພົວພັນທາງການທູດລະຫວ່າງ ຫວຽດນາມ-ອາເມລິກາ.
ລາຍການພົບປະແລກປ່ຽນມິດຕະພາບ ຫວຽດນາມ-ອາເມລິກາ ແນໃສ່ແນະນຳພື້ນຖານວັດທະນະທໍາຫຼາຍຮູບຫຼາຍແບບ ແລະນໍ້າໃຈມິດຕະພາບລະຫວ່າງປະຊາຊົນ ຫວຽດນາມ-ອາເມລິກາ, ບົນຈິດໃຈສາມັກຄີ, ໄກ່ເກ່ຍ, ຮ່ວມມື ແລະມຸ່ງໄປເຖິງອະນາຄົດ, ທັງຢືນຢັນນໍ້າໃຈມິດຕະພາບປະຊາຊົນເປັນພື້ນຖານອັນໜັກແໜ້ນໃນການພົວພັນສອງຝ່າຍ, ພ້ອມທັງສ້າງກຳລັງໜູນ ເພື່ອເຮັດໃຫ້ການພົວພັນ ຫວຽດນາມ-ອາເມລິກາ ເລິກເຊິ່ງ ແລະແທດຈິງກວ່າອີກ.
ໂດຍ: ເຈິ່ນຮວ່ຽນ