ຮ່າໂນ້ຍ ໂຄສະນາການທ່ອງທ່ຽວຢູ່ ອິນເດຍ
ກປ.ອອນໄລ - ວັນທີ 6 ກັນຍາ, ກົມທ່ອງທ່ຽວຮ່າໂນ້ຍ ໄດ້ປະກາດກ່ຽວກັບລາຍການແນະນຳການທ່ອງທ່ຽວຫວຽດນາມ ຢູ່ອິນເດຍ ແຕ່ວັນທີ 2 ຫາວັນທີ 6 ກັນຍາ.
ຄະນະປະຕິບັດງານຂອງພະແນກທ່ອງທ່ຽວຮ່າໂນ້ຍ ໄດ້ເຂົ້າຮ່ວມງານຕະຫຼາດນັດທ່ອງທ່ຽວສາກົນ ITB India 2025 ຢູ່ນະຄອນ Mumbai ແລະເຂົ້າຮ່ວມລາຍການແນະນຳການທ່ອງທ່ຽວຫວຽດນາມ ຢູ່ ອິນເດຍ ໂດຍກົມທ່ອງທ່ຽວແຫ່ງຊາດຫວຽດນາມ ຈັດຕັ້ງຢູ່ນະຄອນ Bengaluru. ນີ້ແມ່ນການເຄື່ອນໄຫວສຳຄັນໃນລາຍການສົ່ງເສີມ, ໂຄສະນາ, ແນໃສ່ແນະນຳຮູບພາບຮ່າໂນ້ຍ - ສະຖານທີ່ປອດໄພ, ເປັນມິດ, ຈັບອົກຈັບໃຈເຖິງຕະຫຼາດອິນເດຍ, ໜຶ່ງໃນບັນດາຕະຫຼາດແຂກສາກົນເຕີບໂຕໄວທີ່ສຸດ ແລະມີຄວາມສາມາດບົ່ມ ຊ້ອນໃນປະຈຸບັນ.
    |
 |
ຮ້ານວາງສະແດງໂຄສະນາການທ່ອງທ່ຽວຮ່າໂນ້ຍ ຢູ່ອິນເດຍ. ພາບ: ຫງວຽນຮວ່າງ |
ຕອນບ່າຍວັນທີ 2 ກັນຍາ, ກົມທ່ອງທ່ຽວຮ່າໂນ້ຍ ໄດ້ຈັດຕັ້ງລາຍການແນະນຳ, ໂຄສະນາການທ່ອງທ່ຽວຮ່າໂນ້ຍ ຢູ່ງານຕະຫຼາດນັດ ແລະດຶງດູດຄວາມເອົາໃຈໃສ່ຂອງບັນດາວິສາຫະກິດທ່ອງທ່ຽວອິນເດຍ. ທີ່ ITB India 2025, ດຳເນີນແຕ່ວັນທີ 2 ຫາວັນທີ 4 ກັນຍາ ຢູ່ສູນປະຊຸມ Jio World Convention Centre (Mumbai, ນະຄອນໃຫຍ່ທີ່ສຸດຂອງອິນເດຍ ດ້ວຍພົນລະເມືອງ 26 ລ້ານຄົນ), ຮ່າໂນ້ຍ ໄດ້ເຂົ້າຮ່ວມຮ້ານວາງສະແດງດ້ວຍເນື້ອທີ່ 54 ຕາແມັດ ດ້ວຍຫົວຂໍ້ “ຮ່າໂນ້ຍ - Come to love”.
ສະຖານທີ່ວາງສະແດງໄດ້ຖືກອອກແບບທີ່ເປັນເອກະລັກ, ກັບວັດທະນະທໍານະຄອນຫຼວງ, ແນະນໍາຜະລິດຕະພັນການທ່ອງທ່ຽວທີ່ເປັນເອກະລັກສະເພາະ, ຄື: ມໍລະດົກວັດທະນະທໍາ, ອາຫານ, ໝູ່ບ້ານອາຊີບ, ການທ່ອງທ່ຽວ MICE, ການທ່ອງທ່ຽວໃນຕອນກາງຄືນ ແລະການທ່ອງທ່ຽວເຊື່ອມຕໍ່ພາກພື້ນ. ພາຍຫຼັງງານຕະຫຼາດນັດ, ຄະນະປະຕິບັດງານສືບຕໍ່ເຂົ້າຮ່ວມລາຍການແນະນຳການທ່ອງທ່ຽວຫວຽດນາມ ໂດຍກົມທ່ອງທ່ຽວແຫ່ງຊາດຫວຽດນາມ ຈັດຕັ້ງຢູ່ນະຄອນ Bengaluru ໃນວັນທີ 5 - 6 ກັນຍາ.
ໂດຍ: ເຈິ່ນຮວ່ຽນ