leftcenterrightdel
ຮູບພາບແມ່ຍິງຫວຽດນາມ ສະແດງຊຸດອາພອນພື້ນເມືອງໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃຫ້ແກ່ເພື່ອນມິດສາກົນ ແລະແຂກທ່ອງທ່ຽວ. ພາບ: vov

ນີ້ແມ່ນຄັ້ງທີ 3 ທີ່ງານເທສະການວັດທະນະທຳນາໆຊາດ ໄດ້ຈັດຂຶ້ນໂດຍມີການເຂົ້າຮ່ວມຂອງ 14 ປະເທດ, ໃນນັ້ນມີຫວຽດນາມ. ງານເທສະການແມ່ນໂອກາດເພື່ອໃຫ້ປະຊາຄົມບັນດາປະເທດອາຊີ ແນະນຳຈຸດທີ່ເປັນເອກະລັກສະເພາະດ້ານວັດທະນະທຳ ແລະອາຫານພື້ນເມືອງໃຫ້ປະຊາຊົນຊາວຣູມານີ. ໃນຂອບເຂດຂອງງານເທສະການ, ຮ້ານວາງສະແດງຫວຽດນາມ ໄດ້ສ້າງຄວາມປະທັບໃຈຢ່າງແຂງແຮງກ່ຽວກັບບັນດາເຍື່ອງອາຫານພື້ນເມືອງ, ຜະລິດຕະພັນຫັດຖະກຳ ແລະສິນຄ້າທີ່ເປັນເອກະລັກສະເພາະທີ່ມາຈາກຫຼາຍທ້ອງຖິ່ນ, ເຮັດໃຫ້ແຂກທ່ອງທ່ຽວມີແງ່ມູມຢ່າງຊີວິດຊີວາກ່ຽວກັບຄວາມຫຼາກຫຼາຍ ແລະຄວາມອຸດົມສົມບູນຂອງວັດທະນະທຳຫວຽດນາມ.

ນອກຈາກບັນດາເຍື່ອງອາຫານ ແລະຜະລິດຕະພັນທີ່ເປັນເອກະລັກສະເພາະແລ້ວ, ຫວຽດນາມ ຍັງນຳສະເໜີບັນດາລາຍການສະແດງຊຸດອາພອນພື້ນເມືອງ ພ້ອມກັບຟ້ອນພື້ນເມືອງໃນຊຸດອາພອນເສື້ອສີ່ປ່ຽງ ແລະກຸບກວາຍທາວ, ຜ່ານນັ້ນປະກອບສ່ວນແຜ່ຂະຫຍາຍບັນດາຄຸນຄ່າວັດທະນະທຳຂອງຊາດ, ພ້ອມທັງດຶງດູດຄວາມສົນໃຈ ແລະຕອບສະໜອງຄວາມກະຕືລືລົ້ນຂອງປະຊາຊົນປະຈໍາຖິ່ນຢ່າງຫຼວງຫຼາຍ. ການເຂົ້າຮ່ວມງານເທສະການວັດທະນະທຳອາຊີ ບໍ່ພຽງແຕ່ປະກອບສ່ວນໂຄສະນາຮູບພາບປະເທດຊາດ, ປະຊາຊົນ ແລະວັດທະນະທຳຫວຽດນາມ ເຖິງເພື່ອນມິດສາກົນເທົ່ານັ້ນ, ຫາກຍັງເປີດກາລະໂອກາດເພື່ອຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ ແລະການທ່ອງທ່ຽວລະຫວ່າງຫວຽດນາມ ແລະບັນດາປະເທດໃນພາກພື້ນ.

ໂດຍ: ໄຊຊະນະ