ຮູບເງົາ “ເມືອດໍ” (ຝົນແດງ) ເຂົ້າຮ່ວມງານແຂ່ງຂັນຊິງລາງວັນ Oscar 2026
ພາຍຫຼັງໄດ້ສາຍຢູ່ໂຮງຟິມ, ຮູບເງົາໄດ້ດຶງດູດຜູ້ມາຊົມກວ່າ 8,1 ລ້ານເທື່ອຄົນ, ເປັນຮູບເງົາມີຜູ້ຊົມຫຼາຍທີ່ສຸດໃນປະຫວັດສາດຂອງໂຮງຟິມຂອງຫວຽດນາມ.
ວັນທີ 30 ກັນຍາ, ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ ໄດ້ປະກາດເລືອກເອົາຮູບເງົາ “ເມືອດໍ” (ຝົນແດງ) - ເປັນຮູບເງົາກ່ຽວກັບການຕໍ່ສູ້ຢູ່ກຳແພງເກົ່າກວາງຈີ້ ຂອງຜູ້ກຳກັບການສະແດງ ດັ້ງທາຍຮວ່ຽນ ເຂົ້າຮ່ວມງານແຂ່ງຂັນຮອບຄັດເລືອກຮູບເງົາສາກົນດີເດັ່ນ - Oscar ຄັ້ງທີ 98 ໂດຍສະຖາບັນດິດວິທະຍາສາດ ແລະສິລະປະຮູບເງົາອາເມລິກາ ຈັດຂຶ້ນ. ນີ້ແມ່ນເຫດການພິເສດຢືນຢັນຄວາມມານະພະຍາຍາມເຊື່ອມໂຍງສາກົນຂອງຮູບເງົາຫວຽດນາມ ຢູ່ງານແຂ່ງຂັນຮູບເງົາໃຫຍ່ທີ່ສຸດຂອງໂລກ.
    |
 |
ຮູບເງົາໄດ້ດຶງດູດຜູ້ມາຊົມກວ່າ 8,1 ລ້ານເທື່ອຄົນ, ເປັນຮູບເງົາມີຜູ້ຊົມຫຼາຍທີ່ສຸດໃນປະຫວັດສາດຂອງໂຮງຟິມຂອງ ຫວຽດນາມ. ພາບ: ຄະນະຈັດຕັ້ງ |
ຮູບເງົາໂດຍນັກປະພັນວັນນະຄະດີ ຈູລາຍ ເປັນຜູ້ຂຽນ, ຖືເອົາຮູບພາບຂອງປີ 1972, ເມື່ອທະຫານປົດປ່ອຍທາງພາກໃຕ້ຫວຽດນາມ ຍາດໄດ້ແຂວງກວາງຈິ້ ຢ່າງສົມບູນ-ເຊິ່ງແມ່ນຊາຍແດນແບ່ງແຍກທາງພາກເໜືອ-ພາກໃຕ້ຂອງຫວຽດນາມ ຊົ່ວຄາວ.
ພາຍຫຼັງໄດ້ສາຍຢູ່ໂຮງຟິມ, ຮູບເງົາໄດ້ດຶງດູດຜູ້ມາຊົມກວ່າ 8,1 ລ້ານເທື່ອຄົນ, ເປັນຮູບເງົາມີຜູ້ຊົມຫຼາຍທີ່ສຸດໃນປະຫວັດສາດຂອງໂຮງຟິມຂອງຫວຽດນາມ.
ແຫຼ່ງຄັດຈາກ vovworld.vn