ເຊີດຊູກຸ່ມປູຊະນີຍະສະຖານ ແລະທັດສະນີຍະພາບ ອຽນຕື້ - ວິ້ງງຽມ - ໂກນເຊີນ, ກ໊ຽບບາກ
ກປ.ອອນໄລ - ຕາມຂໍ້ມູນຈາກພະແນກວັດທະນະທໍາ, ກິລາ ແລະທ່ອງທ່ຽວນະຄອນຫາຍຟ່ອງ, ງານບຸນລະດູໃບໄມ້ຫຼົ່ນ ໂກນເຊີນ - ກ໊ຽບບາກ ປີ 2025 ແມ່ນງານບຸນທຳອິດທີ່ໄດ້ຈັດຂຶ້ນພາຍຫຼັງແຂວງຫາຍເຢືອງ ແລະນະຄອນຫາຍຟ່ອງ ໂຮມເຂົ້າກັນດ້ວຍຈຸດໃໝ່ຫຼາຍຢ່າງ. ງານບຸນຈະຈັດຂຶ້ນແຕ່ວັນທີ 1 ຫາວັນທີ 11 ຕຸລາ (ກົງກັບວັນທີ 10 ຫາ 20 ເດືອນສິງຫາ ຕາມຈັນທະປະຕິທິນ).
    |
 |
ງານບຸນລະດູໃບໄມ້ຫຼົ່ນ ໂກນເຊີນ-ກ໊ຽບບາກ ບໍ່ພຽງແຕ່ແມ່ນໂອກາດເພື່ອລະນຶກເຖິງຄຸນງາມຄວາມດີຂອງບັນພະບຸລຸດເທົ່ານັ້ນ ຫາກຍັງໄດ້ກາຍເປັນສະຖານທີ່ທ່ອງທ່ຽວທາງດ້ານຈິດໃຈ ແລະວັດທະນະທຳຂອງປະຊາຊົນອີກດ້ວຍ. ພາບ: vov.vn |
ງານບຸນຕິດພັນກັບພິທີລະນຶກວັນເສຍຊີວິດຂອງວິລະຊົນແຫ່ງຊາດ ເຈິ່ນຮຶງດ້າວ ຄົບຮອບ 725 ປີ ແລະວັນເສຍຊີວິດຂອງວິລະຊົນແຫ່ງຊາດ, ນັກວັດທະນະທຳໂລກ ຫງວຽນຈ້າຍ ຄົບຮອບ 583 ປີ. ງານບຸນມີບັນດາກິດຈະກໍາເຄື່ອນໄຫວ ແລະພິທີການທີ່ເປັນເອກະລັກສະເພາະ, ຄື: ພິທີເປີດວິຫານ ກ໊ຽບບາກ, ເຕົ້າໂຮມກຳລັງທະຫານຢູ່ແມ່ນ້ຳ ລູກເດົາ, ບຸນໂຄມໄຟ...
ຕະຫຼອດງານບຸນມີບັນດາການເຄື່ອນໄຫວໂຄສະນາກ່ຽວກັບຄຸນຄ່າອັນພົ້ນເດັ່ນທົ່ວໂລກຂອງປູຊະນີຍະສະຖານ 5 ແຫ່ງ ຢູ່ນະຄອນຫາຍຟ່ອງ ທີ່ນອນໃນເຂດປູຊະນີຍະສະຖານ ອຽນຕື້ - ວິ້ງງຽມ - ໂກນເຊີນ, ກ໊ຽບບາກ ເຊິ່ງຫາກໍ່ໄດ້ຮັບການຮັບຮອງຈາກອົງການ UNESCO ເປັນມໍລະດົກວັດທະນະທຳໂລກ.
ໂດຍ: ໄຊຊະນະ