ຮູບແຕ້ມຝາບໍ່ພຽງແຕ່ພາບສິລະປະເທົ່ານັ້ນ, ຫາກຍັງເປັນພະຍານຫຼັກຖານທີ່ມີຊີວິດຊີວາຂອງມູນເຊື້ອມິດຕະພາບ, ອາລົມຈິດຢ່າງຈິງໃຈ, ຄວາມສະໜິດຕິດພັນ, ການຮ່ວມເດີນທາງ, ແບ່ງປັນລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ຫວຽດນາມ-ກູບາ.

leftcenterrightdel
ຜູ້ແທນ ແລະນັກສຶກສານະຄອນໂຮ່ຈີມິນ ທີ່ພິທີເປີດສະຫຼອງ. ພາບ: ບ໋າວເງິນ

ໃຈກາງຮູບແຕ້ມແມ່ນຮູບທຸງຊາດສອງປະເທດ ຫວຽດນາມ ແລະກູບາ ທີ່ຕິດພັນກັນ, ເປັນສັນຍາລັກແຫ່ງສາຍພົວພັນອ້າຍນ້ອງ, ໄດ້ພ້ອມກັນຜ່ານຜ່າບັນດາສິ່ງທ້າທາຍຂ້ຽວຂາດຂອງປະຫວັດສາດ. ພ້ອມທັງບັນດາຮູບພາບທັດສະນີຍະພາບຂອງສອງຊາດ; ປະເພດດອກໄມ້ທີ່ເປັນເອກະລັກສະເພາະຂອງສອງປະເທດ... ກໍ່ຖືກແຕ້ມເຂົ້າໃນຮູບແຕ້ມ, ປະກອບສ່ວນສ່ອງແສງເຖິງການພົວພັນລະຫວ່າງສອງຊາດທີ່ໄດ້ຜ່ານຜ່າໄລຍະຫ່າງທາງດ້ານພູມສາດ ເພື່ອເຊື່ອມຕໍ່ຜ່ານການພົວພັນທາງດ້ານການເມືອງ, ວັດທະນະທຳ, ປະຫວັດສາດ, ພູມສາດ ແລະການພົວພັນອັນດີງາມອື່ນໆ.

ບັນດາຄຸນຄ່າດ້ານສິລະປະດັ່ງກ່າວບໍ່ພຽງແຕ່ໄດ້ປະດັບປະດາສະຖານທີ່ສະຖານກົງສູນໃຫຍ່ກູບາ ປະຈໍາ ນະຄອນໂຮ່ຈີມິນ ໃຫ້ມີຊີວິດຊີວາຍິ່ງຂຶ້ນເທົ່ານັ້ນ, ແຕ່ຍັງແມ່ນສານຢ່າງແຮງກ່ຽວກັບຄວາມສືບທອດຂອງລຸ້ນຄົນ ແລະນ້ຳໃຈມິດຕະພາບໄດ້ຮັບການເພີ່ມພູນຄູນສ້າງ ແລະພັດທະນາຢ່າງບໍ່ຢຸດຢັ້ງ.

ໂດຍ: ເຈິ່ນຮວ່ຽນ