ຄົ້ນຫາ 5 ທະວີບຢູ່ໃຈກາງນະຄອນຫຼວງຮ່າໂນ້ຍ
ເນື່ອງໃນໂອກາດສະເຫຼີມສະຫຼອງ 71 ປີ ແຫ່ງວັນປົດປ່ອຍນະຄອນຫຼວງ ຮ່າໂນ້ຍ (10-10-1954 / 10-10-2025), ປະຊາຊົນໄດ້ຫຼັ່ງໄຫຼມາເຕົ້າໂຮມກັນຢູ່ເຂດກຳແພງພະລາຊະວັງຖັງລອງ. ບັນດາຄະນະສິລະປະໄດ້ນຸ່ງຊຸດອາພອນທີ່ມີສີສັນ, ຄື: ຊຸດເສື້ອຍາວຫວຽດນາມ, ຊຸດກິໂມໂນ ຍີ່ປຸ່ນ, ຊຸດຮານບົກ ສ.ເກົາຫຼີ,... ແຕ່ລະຄົນທີ່ມາຮ່ວມງານແມ່ນສີສັນ, ວັດທະນະທຳທີ່ພວມເຊື່ອມໂຍງເຂົ້າກັນຂອງນ້ຳໃຈມິດຕະພາບອັນຍິ່ງໃຫຍ່.
ງານບຸນວັດທະນະທຳໂລກຄັ້ງທຳອິດຢູ່ຮ່າໂນ້ຍ ແມ່ນກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ ສົມທົບກັບກະຊວງການຕ່າງປະເທດ ແລະຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຈັດຕັ້ງດ້ວຍການເຂົ້າຮ່ວມຂອງ 48 ປະເທດ ແລະເຂດແຄ້ວນ. ນີ້ແມ່ນເຫດການທາງການທູດວັດທະນະທຳທີ່ໃຫຍ່ທີ່ສຸດໃນປີ 2025 ດ້ວຍຫົວຂໍ້ “ວັດທະນະທຳແມ່ນພື້ນຖານ - ສິລະປະແມ່ນພາຫະນະ”, ງານບຸນໄດ້ນຳເອົາການເຄື່ອນໄຫວຄົ້ນຫາ, ການສະແດງ ແລະການພົວພັນຮ່ວມມືກັບ 45 ຂົງເຂດວັດທະນະທຳແຫ່ງຊາດ, 34 ຮ້ານອາຫານສາກົນ, 23 ຄະນະສິລະປະພາຍໃນ ແລະຕ່າງປະເທດ, 12 ຫົວໜ່ວຍແນະນຳປຶ້ມພ້ອມກັບ 22 ກົມກອງ, ອົງການຈັດຕັ້ງທີ່ເຂົ້າຮ່ວມລາຍການສາຍຮູບເງົາສາກົນ.
ທີ່ເວທີສະແດງ, ບັນດາຄະນະສິລະປະໄດ້ສະແດງຢ່າງຕໍ່ເນື່ອງໃນລະຫວ່າງວັນທີ 10 - 12 ຕຸລາ, ດົນຕີລາດຊະວົງເຫ້ວ, ສຽງຄ້ອງເຂດໄຕງວຽນ, ຂັບກວານເຫາະບັກນິງ, ເຈົ່າວັນ, ຂັບແທນ... ໄດ້ຢືນຢັນສີສັນທີ່ເປັນເອກະລັກຫວຽດນາມ ໃນຂະບວນການສາກົນ.
ລາຍການພິເສດ “ບາດກ້າວມໍລະດົກ” ໄດ້ດຶງດູດຜູ້ຊົມນັບພັນຄົນ. ເຄື່ອງນຸ່ງພື້ນເມືອງເກືອບ 100 ຊຸດຈາກທົ່ວໂລກໄດ້ຮັບການສະແດງໃນທ່າມກາງດົນຕີພື້ນເມືອງສົມທົບກັບດົນຕີທັນສະໄໝ. ນັບແຕ່ຊຸດເສື້ອຍາວຫວຽດນາມ ຕະຫຼອດຮອດຊຸດສາລີ ອິນເດຍ, ຊຸດອາພອນຂອງຊາວເຜົ່າມົ້ງ ຫວຽດນາມ ຈົນເຖິງຊຸດກິໂມໂນ ຍີ່ປຸ່ນ, ເຄື່ອງນຸ່ງແຕ່ລະຊຸດເປັນການເລົ່າເລື່ອງຕ່າງໆກ່ຽວກັບປະຫວັດສາດ ແລະຜູ້ຄົນ.
ເຊື່ອມຕໍ່ນໍ້າໃຈມິດຕະພາບ
ກ່າວຄຳເຫັນທີ່ງານບຸນ, ທ່ານ Jonathan Baker, ຫົວໜ້າຜູ້ຕາງໜ້າຫ້ອງການ UNESCO ປະຈຳ ຫວຽດນາມ ຢືນຢັນວ່າ: “ດົນນານມາແລ້ວ, ຮ່າໂນ້ຍ ແມ່ນຂົວເຊື່ອມຕໍ່ລະຫວ່າງບັນດາພື້ນຖານວັດທະນະທຳ, ເປັນນະຄອນທີ່ມີຄຸນຄ່າພື້ນເມືອງປະສົມປະສານກັບການມີຫົວຄິດປະດິດສ້າງ. ງານບຸນວັດທະນະທໍາໂລກຄັ້ງທໍາອິດຢູ່ ຮ່າໂນ້ຍ ໄດ້ເຕົ້າໂຮມນັກສິລະປິນ, ວົງຄະນາຍາດຊຸມຊົນ ແລະປະເທດເພື່ອແບ່ງປັນຄຸນຄ່າວັດທະນະທໍາ ແລະການປ່ຽນແປງໃໝ່ປະດິດສ້າງ, ເພື່ອຮັບຟັງ ແລະຢັ້ງຢືນວ່າ ຄວາມແຕກຕ່າງດ້ານວັດທະນະທໍາບໍ່ໄດ້ແບ່ງແຍກພວກເຮົາ, ແຕ່ຕົວຈິງແລ້ວຈະເຊື່ອມຕໍ່ພວກເຮົາເຂົ້າກັນ”.
ເນື່ອງໃນໂອກາດນີ້, UNESCO ກໍ່ໄດ້ເຂົ້າຮ່ວມ ແລະຮ່ວມເດີນທາງ, ສະໜັບສະໜູນຫຼາຍເຫດການໃນງານບຸນ, ຈຸດພົ້ນເດັ່ນແມ່ນການສົມທົບກັບພະແນກວັດທະນະທຳ ແລະກິລາ ນະຄອນຮ່າໂນ້ຍ ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບບົດບາດຂອງຊາວໜຸ່ມໃນການສ້າງອະນາຄົດຢ່າງມີຫົວຄິດປະດິດສ້າງຂອງນະຄອນ. ແຕ່ລະກິດຈະກຳລ້ວນແຕ່ສະແດງໃຫ້ເຫັນຄຳໝັ້ນສັນຍາລວມຂອງອົງການ UNESCO, ຫວຽດນາມ ແລະ ຮ່າໂນ້ຍ ໃນເລື່ອງນໍາເອົາວັດທະນະທຳເປັນໃຈກາງຂອງການພັດທະນາແບບຍືນຍົງ, ມອບສິດໃຫ້ແກ່ວົງຄະນະຍາດ, ຊຸກຍູ້ການມີຫົວຄິດປະດິດສ້າງປຽບເໝືອນດັ່ງເປັນກຳລັງໜູນໃຫ້ແກ່ການເຊື່ອມໂຍງ ແລະພັດທະນາ. ການຢັ້ງຢືນນີ້ແມ່ນສອດຄ່ອງກັບທັດສະນະຂອງການນຳຫວຽດນາມ ໃນຫຼາຍປີຜ່ານມາ: ວັດທະນະທຳບໍ່ພຽງແຕ່ແມ່ນພື້ນຖານທາງດ້ານຈິດໃຈຂອງສັງຄົມເທົ່ານັ້ນ, ຫາກຍັງແມ່ນກຳລັງໜູນພັດທະນາປະເທດຊາດອີກດ້ວຍ.
ເມື່ອແລກປ່ຽນກັບນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ, ທ່ານ ສົມຊາຍ ນົງລາດ ທີ່ປຶກສາເສດຖະກິດການຄ້າລາວ ປະຈຳ ສສ ຫວຽດນາມ, ໃຫ້ຮູ້ວ່າ: “ປະຈຸບັນ ເຖິງວ່າຫວຽດນາມ ຈະປະສົບກັບໄພທຳມະຊາດ, ຖືກພາຍຸພັດເຂົ້າຕໍ່ເນື່ອງ, ນ້ຳຖ້ວມແລ້ວຖ້ວມອີກ, ແຕ່ກ່ຽວກັບການຈັດຕັ້ງງານບຸນ, ຫວຽດນາມ ໄດ້ສ້າງທຸກເງື່ອນໄຂດີທີ່ສຸດ, ໜູນຊ່ວຍຈົນສຸດຄວາມສາມາດໃຫ້ພວກຂ້າພະເຈົ້າໄດ້ນໍາເອົາບັນດາຜະລິດຕະພັນທີ່ເປັນເອກະລັກ, ວັດທະນະທຳຂອງປະເທດຕົນມາສະແດງທີ່ງານບຸນ. ພ້ອມກັນນັ້ນ, ບັນດາປະເທດທີ່ເຂົ້າຮ່ວມລ້ວນແຕ່ມີໂອກາດສ້າງເຂດວັດທະນະທຳທີ່ເປັນເອກະລັກຂອງຕົນໃຫ້ແກ່ເພື່ອນມິດສາກົນ.”
ການເຂົ້າຮ່ວມຂອງຫຼາຍຫົວໜ່ວຍ, ອົງການ ແລະບຸກຄົນຈາກທົ່ວທຸກພາກຢູ່ພາຍໃນປະເທດ ກໍ່ຄືບັນດາປະເທດໃນທົ່ວໂລກທີ່ມາເຕົ້າໂຮມກັນຢູ່ຮ່າໂນ້ຍ ເພື່ອໂຄສະນາ, ອວດອ້າງສີສັນ ຄວາມງາມໃນງານບຸນ ໄດ້ສະແດງໃຫ້ເຫັນບົດບາດວັດທະນະທຳທີ່ເປັນກຳລັງແຮງພາຍໃນ; ພ້ອມທັງເປັນການແຜ່ຂະຫຍາຍສານແຫ່ງຄວາມສາມັກຄີທົ່ວໂລກໃນການຮ່ວມແຮງຮ່ວມໃຈແກ້ໄຂສິ່ງທ້າທາຍທີ່ມີລັກສະນະມວນມະນຸດ, ພິເສດແມ່ນບັນຫາການປ່ຽນແປງຂອງດິນຟ້າອາກາດ - ສິ່ງທ້າທາຍທີ່ບໍ່ມີປະເທດໃດສາມາດຢູ່ນອກເຫດການນີ້ໄດ້.
ໂດຍ: ຈາງຫງວຽນ