leftcenterrightdel
ງານວາງສະແດງ “ຫວຽດນາມ: ຄວາມງາມ ແລະພະລັງຊີວິດຕະຫຼອດໄປ” ຢູ່ ອີຣານ. ພາບ: ສະຖານທູດຫວຽດນາມ ປະຈຳ ອີຣານ

ງານວາງສະແດງໄດ້ແນະນຳພາບຖ່າຍພົ້ນເດັ່ນກວ່າ 20 ແຜ່ນ, ເປັນເອກະລັກສະເພາະກ່ຽວກັບປະເທດຊາດ, ມະນຸດ ແລະວັດທະນະທຳຫວຽດນາມ, ຈາກບັນດາທັດສະນີຍະພາບມີຊື່ສຽງ, ຄື: ຮະລອງ, ນີງບິ່ງ, ດ່ານັ້ງ, ຮ່າໂນ້ຍ, ນະຄອນໂຮ່ຈີມິນ…, ຕະຫຼອດຮອດຊີວິດປະຈຳວັນ, ງານບຸນປະເພນີ ແລະຈຸດຄວາມງາມຂອງບັນດາເຂດຕົວເມືອງທັນສະໄໝ.

ທີ່ພິທີໄຂ, ທ່ານ Hamidreza Gholamzadeh, ຫົວໜ້າຜູ້ຮັບຜິດຊອບການຕ່າງປະເທດຂອງອຳນາດການປົກຄອງ ເຕເຮຣານ ໃຫ້ຮູ້ວ່າ ຜ່ານງານວາງສະແດງ, ປະຊາຊົນອີຣານ ຈະມີຄວາມເຂົ້າໃຈກ່ຽວກັບປະເທດຫວຽດນາມ ທີ່ສວຍງາມ, ກ່ຽວກັບວັດທະນະທຳ, ທິວທັດທຳມະຊາດ ແລະບັນດາເຂດຕົວເມືອງທີ່ພວມພັດທະນາຢ່າງຂະຫຍັນຂັນເຄື່ອນຫຼາຍກວ່າອີກ.

ແຫຼ່ງຄັດຈາກ: vovworld.vn