ການພົບປະໂອ້ລົມໃນຫົວຂໍ້ “ອາຫານ, ວັດທະນະທຳ ແລະການທ່ອງທ່ຽວຫວຽດນາມ” ທີ່ຈັດຂຶ້ນໃນວັນທີ 14 ກັນຍາ ຢູ່ນະຄອນຫຼວງ Tel Aviv ຂອງອິດສະຣາແອນ ໄດ້ດຶງດູດຄວາມສົນໃຈເປັນພິເສດຂອງບັນດາສະມາຊິກສະໂມສອນແມ່ຍິງສາກົນອິດສະຣາແອນ (IWC) ແລະແຂກຖືກເຊີນ, ໃນນັ້ນມີການເຂົ້າຮ່ວມຂອງທ່ານ ລີດຶກຈຸງ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ອິດສະຣາແອນ ແລະພັນລະຍາ.

leftcenterrightdel
ສາດສະດາຈານ Nir Avieli ປະທານສະຫະສະມາຄົມມະນຸດວິທະຍາອິດສະຣາແອນ ແບ່ງປັນກ່ຽວກັບອາຫານການກິນ ຫວຽດນາມ. ພາບ:TTXVN

ໃນເຫດການ, ສາດສະດາຈານ Nir Avieli ປະທານສະຫະສະມາຄົມມະນຸດວິທະຍາອິດສະຣາແອນ, ໄດ້ແບ່ງປັນປະສົບການທີ່ມີຄວາມຫຼາກຫຼາຍ ແລະບັນດາການສັງເກດການ ແລະການຄົ້ນຄວ້າຢ່າງເລິກເຊິ່ງຂອງທ່ານ ກ່ຽວກັບຂອງອາຫານຫວຽດນາມ ໃນການດຳລົງຊີວິດ, ບົດບາດຂອງຄາບເຂົ້າໃນການສ້າງຊຸມຊົນ, ກໍ່ຄືສູດວິທີອາຫານທີ່ສະທ້ອນເຖິງສີສັນວັດທະນະທຳ ແລະບັນດາປັດໃຈໃນສັງຄົມ, ທ່ານ Nir Avieli ຍັງໄດ້ ແບ່ງປັນມູມມອງກ່ຽວກັບກຳລັງບົ່ມຊ້ອນການພັດທະນາການທ່ອງທ່ຽວວັດທະນະທຳຫວຽດນາມ, ພິເສດແມ່ນອາຫານການກິນ.

ໃນງານດັ່ງກ່າວ, ບໍ່ພ່ຽງແຕ່ເປັນການເພີ່ມທະວີຄວາມເຂົ້າໃຈກ່ຽວກັບວັດທະນະທຳຫວຽດນາມ ເທົ່ານັ້ນ ຫາກຍັງໄດ້ປະກອບສ່ວນສົ່ງເສີມການແລກປ່ຽນປະຊາຊົນຂອງສອງປະເທດ ຫວຽດນາມ-ອິດສະຣາແອນ ອີກດ້ວຍ, ພິເສດແມ່ນໃນສະພາບການທີ່ສອງປະເທດ ກຳລັງນັບມື້ນັບເປີດກວ້າງການຮ່ວມມືໃນຫຼາຍຂົງເຂດ.

ໂດຍ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ