ຕອນຄ່ຳວັນທີ 23 ຕຸລາ, ຢູ່ເທດສະບານໂພນສະຫວັນ, ແຂວງຊຽງຂວາງ, ສະຖານກົງສູນໃຫຍ່ຫວຽດນາມ ປະຈຳ ຫຼວງພະບາງ ໄດ້ສົມທົບກັບບັນດາແຂວງພາກເໜືອລາວ, ບາງແຂວງຂອງຫວຽດນາມ, ສູນວັດທະນະທຳຫວຽດນາມ ຢູ່ລາວ, ສະມາຄົມວິສາຫະກິດຫວຽດນາມ ຢູ່ພາກເໜືອລາວ ແລະສະມາຄົມພັດທະນາສິນຄ້າໃຊ້ຊອຍຫວຽດນາມ, ຈັດຕັ້ງງານຕະຫຼາດນັດການຄ້າຫວຽດນາມ - ລາວ ປີ 2024.

leftcenterrightdel
ຜູ້ແທນຕັດແຖບຜ້າໄຂງານຕະຫຼາດນັດການຄ້າຫວຽດນາມ - ລາວ ປີ 2024. ພາບ: ສໍານັກຂ່າວສານຫວຽດນາມ

ນີ້ແມ່ນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ຢູ່ລາວ (30-10-1949 / 30-10-2024), ເພື່ອຕອບສະໜອງປີທ່ອງທ່ຽວລາວ 2024, ໂຄສະນາ ແລະແນະນໍາຜະລິດຕະພັນວັດທະນະທໍາ, ການທ່ອງທ່ຽວ; ຜະລິດຕະພັນກະເສດ OCOP ແລະ ODOP ຂອງຫວຽດນາມ ແລະລາວ, ປະກອບສ່ວນຊຸກຍູ້ການຄ້າ ແລະການພັດທະນາເສດຖະກິດ - ສັງຄົມຢູ່ບັນດາແຂວງພາກເໜືອຂອງລາວ ແລະບັນດາທ້ອງຖິ່ນຕິດກັບຊາຍແດນສອງປະເທດ ຫວຽດນາມ - ລາວ.

ກ່າວຄຳເຫັນທີ່ເຫດການ, ທ່ານນາງ ກ່ຽວທິຮັ່ງ ຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈຳນະຄອນ ຫຼວງພະບາງ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ຄຽງຄູ່ກັບທ່າອ່ຽງເຊື່ອມໂຍງພວມດໍາເນີນຢ່າງແຮງ, ເລິກເຊິ່ງກວ້າງຂວາງ ແລະຊາບຊຶມແນວທາງພົວພັນຕ່າງປະເທດຂອງ 2 ພັກ, ສອງລັດ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະບັນດາວິສາຫະກິດຂອງສອງປະເທດໄດ້ເປັນເຈົ້າການສົມທົບກັນ, ຕັ້ງໜ້າຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມື ແລະບັນລຸໄດ້ບັນດາໝາກຜົນອັນຕັ້ງໜ້າໃນທຸກຂົງເຂດ, ໃນນັ້ນມີການຮ່ວມມືດ້ານເສດຖະກິດ, ການຄ້າ, ປະກອບສ່ວນເຂົ້າໃນສະຖຽນລະພາບ ແລະການພັດທະນາເສດຖະກິດຂອງແຕ່ລະປະເທດ.

leftcenterrightdel
ຮ້ານວາງສະແດງສິນຄ້າຂອງສະຖານກົງສູນໃຫຍ່ ສສ ຫວຽດນາມ ປະຈຳ ຫຼວງພະບາງ ແລະສູນວັດທະນະທຳ ຫວຽດນາມ ປະຈຳລາວ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນນະທີ່ນີ້, ທ່ານ ບົວເງິນ ຫຸມໄຊຍະພົມ ຮອງປະທານສະພາປະຊາຊົນແຂວງຊຽງຂວາງ ເນັ້ນໜັກວ່າ ນີ້ບໍ່ພຽງແຕ່ແມ່ນກາລະໂອກາດເພື່ອແນໃສ່ໂຄສະນາຮູບພາບປະເທດຊາດ, ປະຊາຊົນ ແລະວັດທະນະທຳຂອງຫວຽດນາມ ແລະລາວ ເທົ່ານັ້ນ ຫາກຍັງແມ່ນກາລະໂອກາດເພື່ອໃຫ້ວິສາຫະກິດສອງປະເທດພົບປະ, ແບ່ງປັນ, ຊອກຫາກາລະໂອກາດຮ່ວມມື, ລົງທຶນ, ຖ່າຍທອດເຕັກໂນໂລຢີ, ຮ່ວມທຸລະກິດ, ເຊື່ອມຕໍ່, ຊຸກຍູ້ການນຳເຂົ້າ ແລະສົ່ງອອກ, ເປີດກວ້າງເຄືອຂ່າຍບໍລິໂພກສິນຄ້າ, ຜະລິດຕະພັນອີກດ້ວຍ

ງານວາງສະແດງຄັ້ງນີ້ມີ 20 ກວ່າຮ້ານທີ່ມາຈາກບັນດາແຂວງຂອງຫວຽດນາມ, ບາງຮ້ານທີ່ມາຈາກບັນດາເມືອງໃນແຂວງຊຽງຂວາງ ແລະ ແຂວງອື່ນໆຂອງລາວ, ດ້ວຍສິນຄ້າຊະນິດຕ່າງໆ ຄື: ຫັດຖະກຳ, ແຟຊັນ, ອາຫານ, ເຄື່ອງເຟີນີເຈີ…

leftcenterrightdel
ບັນດາຮ້ານວາງສະແດງຂອງວິສາຫະກິດຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດ. ພາບ: ສໍານັກຂ່າວສານຫວຽດນາມ

ຮ້ານວາງສະແດງຂອງສະຖານກົງສູນໃຫຍ່ຫວຽດນາມ ປະຈຳແຂວງຫຼວງພະບາງ ແລະສູນວັດທະນະທຳຫວຽດນາມ ປະຈຳລາວ ວາງສະແດງບັນດາຮູບພາບກ່ຽວກັບປະຫວັດສາດການພົວພັນຫວຽດນາມ - ລາວ, ຮູບພາບນັກຊ່ຽວຊານທະຫານອາສາສະໝັກຫວຽດນາມ ຢູ່ລາວ, ...

ຄຽງຂ້າງນັ້ນ, ເມື່ອຢ້ຽມຊົມບັນດາຮ້ານວາງສະແດງ, ຜູ້ເຂົ້າຮ່ວມຍັງໄດ້ຊົມລາຍການສະແດງສິລະປະ, ດົນຕີ, ຍ້ອງຍໍຄວາມຮັກຕໍ່ບ້ານເກີດເມືອງນອນ, ນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດຫວຽດນາມ - ລາວ ແລະວາດຟ້ອນພື້ນເມືອງໂດຍພະແນກຖະແຫຼງຂ່າວວັດທະນະທຳ ແລະທ່ອງທ່ຽວແຂວງຊຽງຂວາງ ແລະບັນດາພາກສ່ວນກ່ຽວຂ້ອງສະແດງ.

ງານວາງສະແດງຈະປິດໃນວັນທີ 25 ຕຸລາ.

ໂດຍ: ທະນາພອນ