leftcenterrightdel
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຮ່ວາບິ່ງ ກ່າວຄຳເຫັນທີ່ວັນບຸນ. ພາບ: ສໍານັກຂ່າວສານຫວຽດນາມ

ຢູູ່ວັນບຸນ, ນ້ອງໆເຍົາວະຊົນໄດ້ຮັບຊົມການສະແດງຟ້ອນສິງໂຕ ແລະ ບັນດາລາຍການສະແດງສິລະປະ ກ່ຽວກັບ “ວັນບຸນໄຫວ້ພະຈັນ ເຊິ່ງມີການເຊື່ອມຈອດທາງໄກກັບເຍົາວະຊົນບັນດາແຂວງຄື: ຫ໋າຍຝ່ອງ, ເລິມດົ່ງ, ບິ່ງເຢືອງ, ຕຽນຢາງ ແລະ ນະຄອນໂຮ່ຈີມິນ. ຄະນະຈັດຕັ້ງ ໄດ້ມອບຂອງຂວັນ 1.700 ພູດ ລວມມີທຶນການສຶກສາ, ລົດຖີບ ແລະ ຂອງຂວັນວັນບຸນໄຫວ້ພະຈັນໃຫ້ແກ່ພວກນ້ອງໆທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນແຂວງ ດັກລັກ.

ກ່າວຄຳເຫັນທີ່ລາຍການ, ທ່ານ ຫງວຽນຮ່ວາບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈຳການ ປາດຖະໜາຢາກພວກນ້ອງໆສືບຕໍ່ມານະພະຍາຍາມໃນການຮ່ຳຮຽນ, ຝືກຝົນຫຼໍ່ຫຼອມ ແລະ ບືນຕົວຂຶ້ນໃນການດຳລົງຊີວິດ; ສາມັກຄີກັນ, ແບ່ງປັນ, ຊ່ວຍເຫຼືອພວກນ້ອງນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກ, ພິເສດແມ່ນພວກນ້ອງທີ່ຖືກຜົນຕາມມາຢ່າງໜັກໜ່ວງຈາກພາຍຸ ຢາກີ, ນ້ຳຖ້ວມ…

ໃນຂະນະນັ້ນ, ຢູ່ນະຄອນໂຮ່ຈີມິນ, ຕອນບ່າຍວັນທີ 14 ກັນຍາ, ມີນ້ອງນ້ອຍ 500 ຄົນທີ່ປະສົບກັບຄວາມຫຍຸ້ງຍາກ, ເດັກກຳພ້າຍ້ອນພະຍາດໂຄວິດ - 19 ຢູ່ນະຄອນ ໄດ້ເຂົ້າຮ່ວມລາຍການຕ້ອນຮັບວັນບຸນໄຫວ້ພະຈັນ ຄັ້ງທີ 18 ໂດຍ Saigontourist Group ແລະ ໜັງສືພິມ ແທັງນຽນ ຈັດຂຶ້ນ.

ແຫຼ່ງຄັດຈາກ: vovworld.vn