ທ່ານແມ່ນ Fredesman Turro Gonzalez, ອະດີດເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ, ຮອງປະທານສະມາຄົມມິດຕະພາບກູບາ - ຫວຽດນາມ ເຊິ່ງບັນດາການນຳ ແລະ ເພື່ອນມິດຫວຽດນາມ ຍັງເອີ້ນລາວ ດ້ວຍຄວາມຮັກແພງວ່າ “ສະຫາຍຮຸ່ງ”. 10 ປີນັບແຕ່ເມື່ອສິ້ນສຸດການປະຕິບັດໜ້າທີ່ການທູດ, ທ່ານໄດ້ກັບຄືນຢ້ຽມຢາມ ຫວຽດນາມ ກົງກັບໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນຮ່າໂນ້ຍ ໄດ້ຮັບຮັບນາມມະຍົດວ່າເປັນ “ນະຄອນເພື່ອສັນຕິພາບ” ຈາກອົງການສະຫະປະຊາຊາດ ເພື່ອການສຶກສາ, ວິທະຍາສາດ ແລະວັດທະນະທຳ  (UNESCO). ພາຍຫຼັງຫຼາຍປີ, ລາວ ຍັງຄົງຮັກໄດ້ສຳນຽງອົບອຸ່ນຂອງຊາວຮ່າໂນ້ຍຢູ່ເມື່ອເວົ້າພາສາຫວຽດ.

ອະດີດເອກອັກຄະລັດຖະທູດ ກູບາ Gonzalez ໄດ້ກາຍເປັນພົນລະເມືອງກິດຕິມະສັກນະຄອນຫຼວງ ຮ່າໂນ້ຍ ກົງກັບໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນປົດປ່ອຍນະຄອນຫຼວງ (10-10-1954 / 10-10-2014) - ນາມມະຍົດໄດ້ຮັບຮູ້ ແລະເຊີດຊູບັນດາບຸກຄົນເຊິ່ງແມ່ນຊາວຕ່າງປະເທດທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະພັດທະນານະຄອນຫຼວງ, ພ້ອມທັງປະກອບສ່ວນປັບປຸງຄວາມສາມັກຄີ, ມິດຕະພາບ ແລະການຮ່ວມມືສາກົນຂອງນະຄອນຫຼວງກວ່າອີກ. ກ່າວຄຳເຫັນທີ່ພິທີມອບ-ຮັບນາມມະຍົດ, ທ່ານໄດ້ເວົ້າດ້ວຍຄວາມສະເທືອນໃຈວ່າ: “ຜ່ານການປ່ຽນແປງຂອງປະຫວັດສາດ, ຮ່າໂນ້ຍ ຍາມໃດກໍ່ແມ່ນແຫ່ງລວບລວມວັດທະນະທຳ, ຈິດວິນຍານຂອງຊາວຫວຽດນາມ. ມາຮອດປະຈຸບັນ, ນະຄອນ ໄດ້ກາຍເປັນສັນຍາລັກແຫ່ງຄວາມກ້າວໜ້າ ແລະສັນຕິພາບຂອງຫວຽດນາມ ໃນພາລະກິດສ້າງສາປະເທດທີ່ທັນສະໄໝ ແລະພັດທະນາ.”

leftcenterrightdel
ທ່ານອະດີດເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ Fredesman Turro Gonzalez ໄດ້ພົບປະກັບເພື່ອນມິດຢູ່ HAUFO ໃນໂອກາດກັບມາຢ້ຽມຢາມຫວຽດນາມ ເມື່ອເດືອນກໍລະກົດ 2024. ພາບ: qdnd.vn

ທ່ານກໍ່ໄດ້ຮັບຫຼຽນກາມິດຕະພາບ 2 ຄັ້ງ - ລາງວັນອັນສູງສົ່ງຂອງລັດຫວຽດນາມ ທີ່ສະຫງວນໃຫ້ແກ່ບັນດາບຸກຄົນ ແລະໝູ່ຄະນະຕ່າງປະເທດທີ່ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສາ, ປັບປຸງ ແລະພັດທະນານໍ້າໃຈມິດຕະພາບລະຫວ່າງ ຫວຽດນາມ ກັບປະເທດຕ່າງໆໃນໂລກ.

ພາຍຫຼັງ 25 ປີແຫ່ງການດຳລົງຊີວິດ ແລະເຮັດວຽກຢູ່ຫວຽດນາມ, ເມື່ອສິນສຸດການປະຕິບັດໜ້າທີ່ການທູດ, ທ່ານໄດ້ກັບເມືອປະເທດໃນປີ 2014. ກັບມາຢ້ຽມຢາມຫວຽດນາມ ແລະຮ່າໂນ້ຍ ພາຍຫຼັງ 10 ປີ, ທ່ານຮູ້ສຶກດີໃຈເມື່ອເຫັນວ່າ ຫວຽດນາມ ໄດ້ພັດທະນາຢ່າງວ່ອງໄວ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງຮອບດ້ານ. ທ່ານ Gonzalez ໃຫ້ຮູ້ວ່າ: ທ່ານ ຈື່ຈຳຖະໜົນຫົນທາງຢູ່ຮ່າໂນ້ຍ ຫຼາຍກວ່າຢູ່ນະຄອນຫຼວງ La Habana - ບ້ານເກີດເມືອງນອນຂອງທ່ານ.

ນັບແຕ່ການມາຫວຽດນາມຄັ້ງທຳອິດເມື່ອປີ 1968 ທ່ານໄດ້ຮຽນພາສາຫວຽດ ແລະ ວັດທະນະທຳຫວຽດນາມ ໃນຄາວຍັງເປັນຊາວໜຸ່ມອາຍຸພຽງ 19-20 ປີ, ທ່ານໄດ້ມີຄວາມຮັກພິເສດຕໍ່ປະເທດຫວຽດນາມ ວິລະຊົນແລະນະຄອນຫຼວງ ຮ່າໂນ້ຍ ທີ່ຮັກແພງທີ່ໄດ້ຜ່ານຜ່າ ສົງຄາມຢ່າງອົງອາດກ້າແກ່ນ. ໃນໄລຍະປະຕິບັດງານໜ້າທີ່ການທູດຢູ່ ຫວຽດນາມ, ຜ່ານ 2 ສະໄໝ (1999-2004 ແລະ 2008-2013), ທ່ານບໍ່ພຽງແຕ່ມີການປະກອບສ່ວນພິເສດເຂົ້າໃນການພັດທະນາສາຍພົວພັນທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ, ດ້ວຍຄວາມເຂົ້າໃຈຢ່າງເລິກ ເຊິ່ງກ່ຽວກັບຫວຽດນາມ ເທົ່ານັ້ນ, ທ່ານຍັງ ມານະພະຍາຍາມຊຸກຍູ້ການເຄື່ອນໄຫວສັນຕິພາບ ແລະມິດຕະພາບ, ກໍ່ຄືເຜີຍແຜ່ພາສາ ແລະວັດທະນະທຳຫວຽດນາມ ເຖິງເພື່ອນມິດສາກົນຢູ່ຮ່າໂນ້ຍ ອີກດ້ວຍ. ທ່ານເຄີຍໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວວັດທະນະທຳຢູ່ຮ່າໂນ້ຍ ເປັນປະຈຳ ແລະແນະນຳກ່ຽວກັບວັດທະນະທຳ, ປະເທດຊາດ ແລະປະຊາຊົນຫວຽດນາມ ເຖິງປະຊາຊົນ ກູບາ ແລະເພື່ອນມິດສາກົນ.

ກັບມາຢ້ຽມຢາມບ້ານເກີດເມືອງນອນແຫ່ງທີສອງຂອງຕົນ, ເມື່ອຍ່າງໄປຕາມຖະໜົນຫົນທາງ ຂອງຮ່າໂນ້ຍ, ທ່ານຮູ້ສຶກປິຕິຊົມຊື່ນ, ແລະນິຍົມນັບຖື ຕໍ່ການປ່ຽນແປງຢ່າງວ່ອງໄວຂອງຫວຽດນາມ ແລະຮ່າໂນ້ຍ , “ສົມກັບນາມມະຍົດນະຄອນເພື່ອສັນຕິພາບ”. ຢູ່ກູບາ, ລາວຕິດຕາມຂ່າວທາງໂທລະພາບທຸກມື້, ອ່ານໜັງສືພິມກ່ຽວກັບຫວຽດນາມ ແລະຮ່າໂນ້ຍ, ແຕ່ເມື່ອກັບມາແຫ່ງນີ້, ໄດ້ເຫັນປະຈັກຕາການພັດທະນາຢ່າງວ່ອງໄວທ່ານຮູ້ສຶກແປກປະຫລາດໃຈຫຼາຍ.

ເຖິງວ່າຈະແມ່ນນັກການທູດທີ່ຄາວຽກຫຼາຍ, ແຕ່ລາວຍາມໃດກໍ່ຍາດເວລາເຂົ້າຮ່ວມການເຄື່ອນໄຫວຫຼາຍຢ່າງຂອງສະຫະພັນບັນດາອົງການຈັດຕັ້ງມິດຕະພາບຮ່າໂນ້ຍ (HAUFO) ຢ່າງສຸດຈິດສຸດໃຈ. ເມື່ອເຫັນວ່າສໍານັກງານຂອງ HAUFO ຢູ່ຖະໜົນ ຟານຈຸຈີງ ຍັງນ້ອຍຢູ່ເມື່ອທຽບໃສ່ລະດັບຂອງອົງການພົວພັນການຕ່າງປະເທດປະຊາຊົນ ທີ່ນະຄອນຫຼວງຕ້ອງການ, ທ່ານເອກອັກຄະລັດຖະທູດ Gonzalez ໄດ້ປະກອບຄວາມເຫັນຕໍ່ການນຳນະຄອນກ່ຽວກັບບັນຫາດັ່ງກ່າວ. ຄໍາເຫັນຂອງທ່ານໄດ້ຮັບການຮັບຮູ້, ແລະຫຼັງຈາກນັ້ນ  HAUFO ມີສໍານັກງານຫຼັງໃໝ່.

ເຖິງວ່າຢູ່ຫ່າງໄກເຄິ່ງໜຶ່ງໜ່ວຍໂລກກໍ່ຕາມ, ແຕ່ຍາມໃດລາວກໍ່ຄິດຮອດຫວຽດນາມ “ຄິດຮອດຮ່າໂນ້ຍ” ນັ້ນແມ່ນຄຳເວົ້າທີ່ເພື່ອນມິດຢູ່ຫວຽດນາມ ໄດ້ຍິນເມື່ອໂອ້ລົມກັບລາວ. ທ່ານ Gonzalez ແບ່ງປັນວ່າ: ເມື່ອເປັນເອກອັກຄະລັດຖະທູດກູບາ ປະຈຳ ກຳປູເຈຍ (1992-1996), ທ່ານເຄີຍຂີ່ລົດໄປນະຄອນ ໂຮ່ຈີມິນ  ເພື່ອກັບຄືນປະເທດ, ແຫ່ງທີ່ຊ່ວຍໃຫ້ລາວເຕີບໃຫຍ່ໃນພາລະກິດເປັນນັກການທູດ.

ບໍ່ວ່າຈະຢູ່ໃສ ຫຼືເຮັດວຽກງານໃດ, ທ່ານອະດີດເອກອັກຄະລັດຖະທູດ Gonzalez ຍາມໃດກໍ່ເຮັດຈົນສຸດຄວາມສາມາດຂອງຕົນເພື່ອສືບຕໍ່ປະກອບສ່ວນເພີ່ມທະວີ ແລະພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີ, ຄວາມສະໜິດຕິດພັນລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ກູບາ, ເພື່ອສົມກັບນາມມະຍົດເປັນພົນລະເມືອງກິດຕິມະສັກ ຂອງນະຄອນຫຼວງ ຮ່າໂນ້ຍ ແລະຄວາມຮັກແພງເຊິ່ງເພື່ອນມິດ, ສະຫາຍ ຫວຽດນາມ ໄດ້ສະຫງວນໃຫ້ຕົນ.

ໂດຍ: ທະນາພອນ