ລາຍການດຳເນີນໄປແຕ່ເວລາ 5 ໂມງ 30 ນາທີ  ຮອດເວລາ 8 ໂມງ ນາທີ ຂອງວັນດຽວກັນ, ເລີ່ມແຕ່ເຂດມໍລະດົກພະລາຊະວັງ ທັງລອງ. ໂດຍມີ ຜູ້ຍິງ ແລະຜູ້ຊາຍ100 ກວ່າຄົນ ນຸ່ງຊຸດເສື້ອຍາວ ເຂົ້າຮ່ວມການເດີນຂະບວນຕາມທ້ອງຖະໜົນ ທີ່ມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງຂອງນະຄອນຫຼວງ ຮ່າໂນ້ຍ, ຄື: ເຂດມໍລະດົກພະລາຊະວັງ ທັງລອງ, ອະນຸສາວະລີບັນດາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ, ສະໜາມຫຼວງສຸສານປະທານ ໂຮ່ຈິມິນ, ຫໍສະພາແຫ່ງຊາດ, ທຳນຽບປະທານປະເທດ, ປະຕູກຳແພງນະຄອນ ເກື໊ອບັກ,  ອ່າງເກັບນໍ້າ ຮ່າງເດົ້າ, ຂົວ ລອງບຽນ ...

leftcenterrightdel
ການເດີນຂະບວນ “ຊຸດເສື້ອຍາວເຊື່ອມຕໍ່ການທ່ອງທ່ຽວ ກັບມໍລະດົກຮ່າໂນ້ຍປີ 2024”. ພາບ: toquoc.vn

ລາຍການດັ່ງກ່າວ ເພື່ອແນໃສ່ໂຄສະນາແນະນຳສະຖານທີ່ທ່ອງທ່ຽວຢູ່ຮ່າໂນ້ຍ. ນີ້ກໍ່ແມ່ນການເຄື່ອນໄຫວໃໝ່ທີ່ດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼວງຫຼາຍ ມາທ່ຽວຮ່າໂນ້ຍ, ຜ່ານນັ້ນກະຕຸກຊຸກຍູ້ການທ່ອງທ່ຽວ.

ກິດຈະການດັ່ງກ່າວໄດ້ເປີດສາກບັນດາເຫດການໃນຂອບເຂດລາຍການ “ງານບຸນເສື້ອຍາວທ່ອງທ່ຽວຮ່າໂນ້ຍ ປີ 2024” ເຊື່ອມຕໍ່ເສື້ອຍາວ ກັບມໍລະດົກ ແລະສະຖານທີ່ທ່ອງທ່ຽວຮ່າໂນ້ຍ.

ໂດຍ: ທູຈາງ