ຄະນະປະຕິບັດງານກະຊວງປ້ອງກັນປະເທດຫວຽດນາມ ນໍາໂດຍທ່ານພົນໂທ ຮວ່າງຊວນຈ໊ຽນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ. ເຂົ້າຮ່ວມການກວດກາມີທ່ານ ພົນຕີ ເລກວາງມິງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ; ທ່ານນາງ ຈ໊າງທິຊວນ ຮອງປະທານຜູ້ປະຈໍາການຄະນະກໍາມະການປະຊາຊົນແຂວງເຊີນລາ; ການນໍາກອງບັນຊາການທະຫານຊາຍແດນ, ກອງບັນຊາການທະຫານເຂດ 2...

ຄະນະປະຕິບັດງານກະຊວງປ້ອງກັນປະເທດລາວ ນໍາໂດຍທ່ານພົນໂທ ວົງຄໍາ ພົມມະກອນ ກໍາມະການສູນກາງພັກປະຊາຊົນປະຕິວັດ ລາວ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລາວ.

leftcenterrightdel
 
leftcenterrightdel
 
leftcenterrightdel
 
leftcenterrightdel
ກວດກາກິດຈະກໍາເຄື່ອນໄຫວຕ່າງໆຮອບສຸດທ້າຍຢູ່ດ່ານຊາຍແດນ ລ໊ອງເສີບ. ພາບ: qdnd.vn
leftcenterrightdel
ກວດກາກິດຈະກໍາເຄື່ອນໄຫວຕ່າງໆຮອບສຸດທ້າຍ ຢູ່ດ່ານຊາຍແດນ ປ່າຮາງ. ພາບ: qdnd.vn

ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະພົນໂທ ວົງຄໍາ ພົມມະກອນ ພ້ອມດ້ວຍຄະນະປະຕິບັດງານທັງສອງຝ່າຍ ໄດ້ກວດການກິດຈະກໍາຕ່າງໆໃນຂອບເຂດງານພົບປະແລກປ່ຽນຢູ່ສະຖານທີ່ຕ່າງໆ, ຄື: ດ່ານຊາຍແດນ ລ໊ອງເສີບ/ປ່າຮາງ, ໂຮງຮຽນປະຖົມສົມບູນ ແລະມັດທະຍົມຕອນຕົ້ນປ່າຮາງ, ຄ້າຍທະຫານຊາຍແດນ ດ່ານລ໊ອງເສີບ, ໂຮງຮຽນປະຖົມສົມບູນ ແລະມັດທະຍົມຕອນຕົ້ນ ລ໊ອງເສີບ, ສໍານັກງານປົກຄອງເມືອງມົກເຈົາ...

leftcenterrightdel
 
leftcenterrightdel
 
leftcenterrightdel
ກວດກາກິດຈະກໍາເຄື່ອນໄຫວຕ່າງໆ ຮອບສຸດທ້າຍ ຢູ່ໂຮງຮຽນປະຖົມສົມບູນ-ມັດທະຍົມຕອນຕົ້ນ ປ່າຮາງ. ພາບ: qdnd.vn

ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະພົນໂທ ວົງຄໍາ ພົມມະກອນ ໄດ້ຍ້ອງຍໍຊົມເຊີຍ ແລະຕີລາຄາສູງບັນດາພາກສ່ວນທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດທັງສອງປະເທດ ທີ່ໄດ້ຕັ້ງໜ້າ, ເປັນເຈົ້າການຜັນຂະຫຍາຍວຽກງານກະກຽມ; ຂອບໃຈຕໍ່ການປະສານສົມທົບກັນຢ່າງແໜ້ນແຟ້ນຂອງບັນດາຄະນະ, ພະແນກ, ຂະແໜງການ, ທ້ອງຖິ່ນແຂວງເຊີນລາ ແລະແຂວງຫົວພັນ; ສະແດງຄວາມເຊື່ອໝັ້ນວ່າດ້ວຍການກຽມຄວາມພ້ອມຢ່າງລອບຄອບຖີ່ຖ້ວນ, ງານພົບປະແລກປ່ຽນມິດຕະພາບ ປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີສອງ ຈະປະສົບຜົນສໍາເລັດຢ່າງຈົບງາມ, ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ສ້າງຄວາມປະທັບໃຈທີ່ດີກ່ຽວກັບນໍ້າໃຈມິດຕະພາບ, ຄວາມສາມັກຄີລະຫວ່າງກອງທັບ ແລະປະຊາຊົນສອງປະເທດ.

leftcenterrightdel
 
leftcenterrightdel
ກວດກາການຝຶກຊ້ອມຮ່ວມຈັບກຸ່ມອາດຊະຍາກໍາຂ້າມຊາຍແດນ ຮອບສຸດທ້າຍ. ພາບ: qdnd.vn
leftcenterrightdel
ກວດກາກິດຈະກໍາເຄື່ອນໄຫວຕ່າງໆຮອບສຸດທ້າຍ ຢູ່ຄ້າຍທະຫານຊາຍແດນ ດ່ານລ໊ອງເສີບ. ພາບ: qdnd.vn

ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ລາວ ຄັ້ງທີສອງ ຈະດໍາເນີນແຕ່ວັນທີ 22 ຫາວັນທີ 23 ຕຸລາ ຢູ່ເຂດເມືອງມົກເຈົາ, ແຂວງເຊີນລາ ແລະເມືອງສົບເບົາ, ແຂວງຫົວພັນ. ຄະນະຜູ້ແທນຫວຽດນາມ ນໍາໂດຍ ທ່ານພົນເອກ ຟານວັນຢາງ ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະຄະນະຜູ້ແທນລາວ ນໍາໂດຍ ທ່ານພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ເຂົ້າຮ່ວມ.

leftcenterrightdel
 
leftcenterrightdel
 
leftcenterrightdel
ກວດກາກິດຈະກໍາເຄື່ອນໄຫວຕ່າງໆຢູ່ໂຮງຮຽນປະຖົມສົມບູນ ແລະມັດທະຍົມຕອນຕົ້ນ ລ໊ອງເສີບ ຮອບສຸດທ້າຍ. ພາບ: qdnd.vn

ໃນຂອບເຂດງານພົບປະແລກປ່ຽນມິດຕະພາບ ຈະມີບັນດາກິດຈະກໍາຕ່າງໆທີ່ອຸດົມສົມບູນ ແລະມີຄວາມໝາຍ, ຄື: ເຄົາລົບ ແລະແຕ້ມສີຫຼັກໝາຍຊາຍແດນ; ປູກຕົ້ນໄມ້ມິດຕະພາບ; ຢ້ຽມຊົມສວນດອກໄມ້ມິດຕະພາບນາຍທະຫານໜຸ່ມ ຫວຽດນາມ-ລາວ; ຢ້ຽມຢາມ ແລະມອບຂອງຂວັນໃຫ້ຄ້າຍທະຫານຊາຍແດນດ່ານລ໊ອງເສີບ, ໂຮງຮຽນປະຖົມສົມບູນ-ມັດທະຍົມຕອນຕົ້ນຢູ່ສອງຟາກຊາຍແດນ; ຊົມການຝຶກຊ້ອມຮ່ວມ ສະກັດກັ້ນ ແລະຈັບກຸ່ມອາດຊະຍາກໍາຂ້າມຊາຍແດນ; ເປັນສັກຂີພິຍານການລາດຕະເວນຮ່ວມລະຫວ່າງກໍາລັງປ້ອງກັນຊາຍແດນສອງປະເທດ; ພົບປະແລກປ່ຽນວຽກງານການເມືອງ ແລະນາຍທະຫານໜຸ່ມກອງທັບສອງປະເທດ... ສອງຝ່າຍ ຈະດໍາເນີນການພົບປະເຈລະຈາ ແລະລົງນາມເອກະສານຮ່ວມມືບາງສະບັບ, ເປັນພື້ນຖານສໍາຄັນເພື່ອຜັນຂະຫຍາຍການພົວພັນຮ່ວມມືດ້ານປ້ອງກັນຊາດໃນໄລຍະຈະມາເຖິງ ຢ່າງມີປະສິດທິຜົນ.

ໂດຍ: ໄຊຊະນະ