ຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາການທ່ອງທ່ຽວຊາຍແດນ

ຕາມກົມທ່ອງທ່ຽວແຫ່ງຊາດຫວຽດນາມ ແລ້ວ, ຫວຽດນາມ ແລະລາວ ມີຊາຍແດນທາງບົກຍາວກວ່າ 2.300 ກິໂລແມັດ, ໄປຜ່ານເຂດບໍລິຫານຂອງ 10 ແຂວງຂອງແຕ່ລະຝ່າຍ, ເຊິ່ງແມ່ນເຂດມີຄວາມສາມາດບົ່ມຊ້ອນພັດທະນາ ແລະມີທີ່ຕັ້ງຍຸດທະສາດຢູ່ໃນແລວເສດຖະກິດຕາເວັນຕົກ-ຕາເວັນອອກ.

ຝ່າຍຫວຽດນາມ ລວມມີບັນດາແຂວງດ້ຽນບຽນ, ເຊີນລາ, ແທງຮວ໊າ, ເງະອານ, ຮ່າຕິ້ງ, ກວ໋າງບິ່ງ, ກວ໋າງຈິ້, ເທື່ອທຽນເຫວ້, ກວ໋າງນາມ, ກອນຕູມ. ຝ່າຍລາວ ລວມມີ ແຂວງຫຼວງພະບາງ, ຫົວພັນ, ອັດຕະປື, ເຊກອງ, ຊຽງຂວາງ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຜົ້ງສາລີ. ໃນຂອບເຂດຊາຍແດນ ຫວຽດນາມ-ລາວ ມີ 8 ດ່ານຊາຍແດນສາກົນ, 7 ດ່ານຊາຍແດນສອງຝ່າຍ, 18 ດ່ານຊາຍແດນທ້ອງຖິ່ນ, 27 ດ່ານປະເພນີ ແລະ 9 ເຂດເສດຖະກິດດ່ານຊາຍແດນ.

leftcenterrightdel
ຊຸມວັນງານມະໂຫລານແລກປ່ຽນວັດທະນະທຳ, ກິລາ ແລະທ່ອງທ່ຽວຢູ່ເຂດຊາຍແດນ ຫວຽດນາມ-ລາວ ແມ່ນໂອກາດເພື່ອໃຫ້ບັນດາທ້ອງຖິ່ນຂອງສອງປະເທດເພີ່ມທະວີການເຊື່ອມຕໍ່ ແລະພັດທະນາການທ່ອງທ່ຽວ. ພາບ: dangcongsan.vn

ເຂດຊາຍແດນຫວຽດນາມ-ລາວ (ຝ່າຍຫວຽດນາມ ແລະຝ່າຍລາວ) ເປັນເຂດທີ່ມີແຫຼ່ງຊັບພະຍາກອນຫຼາຍຮູບຫຼາຍແບບ, ອຸດົມສົມບູນ, ມີລັກສະນະສະເພາະສູງ, ມີຫຼາຍແຫຼ່ງຊັບພະຍາກອນທີ່ຄ້າຍຄືກັນແຕ່ກໍ່ຍັງມີຄວາມແຕກຕ່າງກັນ. ບັນດາຈຸດໝາຍປາຍທາງຂອງສອງປະເທດຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງທີ່ຂຸດຄົ້ນບໍ່ທັນໝົດ.

ທ່ານ ຮ່າວັນຊຽວ, ຮອງຫົວໜ້າກົມທ່ອງທ່ຽວແຫ່ງຊາດຫວຽດນາມ ໃຫ້ຮູ້ວ່າ ການຮ່ວມມືດ້ານການທ່ອງທ່ຽວ ຫວຽດນາມ-ລາວ ໄດ້ຮັບການພັດທະນາເທື່ອລະກ້າວໃນຊຸມປີຜ່ານມາ, ພ້ອມກັບການພັດທະນາຂອງການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ນໍ້າໃຈມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ.

ຫຼາຍການເຄື່ອນໄຫວຮ່ວມມື, ເຊື່ອມຕໍ່ພັດທະນາຜະລິດຕະພັນ, ສົ່ງເສີມການທ່ອງທ່ຽວໃນຂອບເຂດສອງຝ່າຍ ແລະຫຼາຍຝ່າຍໄດ້ຮັບການຜັນຂະຫຍາຍ ແລະບັນລຸໄດ້ໝາກຜົນອັນແນ່ນອນ, ດຶງດູດການເຂົ້າຮ່ວມຂອງບັນດາທ້ອງຖິ່ນ, ອົງການ, ສະມາຄົມທ່ອງທ່ຽວ ແລະວິສາຫະກິດຂອງສອງປະເທດ.

ຫວຽດນາມ ສືບຕໍ່ແມ່ນສະຖານທີ່ທ່ອງທ່ຽວພື້ນເມືອງສໍາລັບນັກທ່ອງທ່ຽວລາວ ແລະລາວ ກໍ່ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ຊາວຫວຽດນາມ ເລືອກເຟັ້ນ.

leftcenterrightdel
ທົ່ງໄຫຫີນ - ມໍລະດົກວັດທະນະທໍາໂລກໃນດິນແດນລາວ ດຶງດູດນັກທ່ອງທ່ຽວສາກົນເປັນຈໍານວນຫຼວງຫຼາຍ, ໃນນັ້ນມີຊາວຫວຽດນາມ. ພາບ: dangcongsan.vn

ໃນປີ 2023, ຈຳນວນນັກທ່ອງທ່ຽວຫວຽດນາມ ເຂົ້າລາວ ບັນລຸກວ່າ 837.000 ເທື່ອຄົນ, ເພີ່ມຂຶ້ນ 133% ເມື່ອທຽບໃສ່ປີ 2022 ແລະກົງກັນຂ້າມ, ຈຳນວນນັກທ່ອງທ່ຽວລາວ ໄປຫວຽດນາມ ບັນລຸກວ່າ 120.000 ເທື່ອຄົນ, ເພີ່ມຂຶ້ນ 155%.

ໃນ 8 ເດືອນຂອງປີ 2024, ປະເທດນີ້ໄດ້ຕ້ອນຮັບນັກທ່ອງທ່ຽວສາກົນຫຼາຍກວ່າ 2,65 ລ້ານເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ນັກທ່ອງທ່ຽວສາກົນທີ່ມາທ່ຽວລາວ ໃນໄລຍະນີ້ສ່ວນຫຼາຍແມ່ນມາຈາກໄທ, ຮອງລົງມາແມ່ນຫວຽດນາມ, ຈີນ ແລະ ສ. ເກົາຫຼີ.

ຊຸກຍູ້ການເຊື່ອມຕໍ່ພັດທະນາການທ່ອງທ່ຽວ

ຄວາມຈິງແລ້ວ, ໃນຫຼາຍປີຜ່ານມາ, ການທ່ອງທ່ຽວຊາຍແດນ ຫວຽດນາມ-ລາວ ມີຂີດໝາຍອັນແນ່ນອນ, ເຖິງຢ່າງໃດກໍ່ຕາມ ເພື່ອໃຫ້ການເຄື່ອນໄຫວທ່ອງທ່ຽວຢູ່ເຂດນີ້ມີປະສິດທິຜົນຢ່າງແທ້ຈິງ, ຮຽກຮ້ອງໃຫ້ທັງສອງຝ່າຍຕ້ອງມີຄວາມມານະພະຍາຍາມແກ້ໄຂສະພາບການ: ລະບົບການຄົມມະນາຄົມຂົນສົ່ງ ແລະວັດຖຸເຕັກນິກຂະແໜງການທ່ອງທ່ຽວ, ເຊັ່ນ: ຮ້ານອາຫານ, ໂຮງແຮມ, ບ່ອນຢຸດພັກເຊົາ, ປ້ຳນໍ້າມັນ, ... ນອກຈາກນັ້ນ, ບັນດາການເຄື່ອນໄຫວລົງທຶນຂອງບັນດາວິສາຫະກິດຫວຽດນາມ ຢູ່ບັນດາແຂວງຊາຍແດນຂອງລາວ ສ່ວນຫຼາຍແມ່ນສຸມໃສ່ການຄ້າເປັນຫຼັກ, ຍັງບໍ່ທັນສຸມໃສ່ລົງທຶນໃນຂົງເຂດທ່ອງທ່ຽວ..., ດັ່ງນັ້ນບັນດາຜະລິດຕະພັນທ່ອງທ່ຽວຢູ່ເຂດຊາຍແດນຈຶ່ງຍັງບໍ່ທັນດຶງດູດນັກທ່ອງທ່ຽວ.

ເພື່ອເສີມຂະຫຍາຍທ່າໄດ້ປຽບຂອງແຕ່ລະປະເທດໃຫ້ໄດ້ຢ່າງສຸດຂີດ, ໃນໄລຍະຈະມາເຖິງ, ຫວຽດນາມ ແລະລາວ ຄວນສົມທົບກັນຊຸກຍູ້ການເຊື່ອມຕໍ່ເຂົ້າໃນການພັດທະນາພື້ນຖານໂຄງລ່າງການທ່ອງທ່ຽວ, ຄື: ກໍ່ສ້າງລະບົບທ່າກຳປັ່ນທ່ອງທ່ຽວ ແລະບ່ອນຢຸດພັກເຊົາ Tour ທ່ອງທ່ຽວທາງບົກ, ພັດທະນາແຫຼ່ງທ່ອງທ່ຽວ,...

leftcenterrightdel
ການພົບປະແລກປ່ຽນວັດທະນະທຳ-ທ່ອງທ່ຽວລະຫວ່າງສອງປະເທດແມ່ນຂົວຕໍ່ຊຸກຍູ້ການທ່ອງທ່ຽວຊາຍແດນ ຫວຽດນາມ-ລາວ ໃຫ້ພັດທະນາ. ພາບ: dangcongsan.vn

ເພີ່ມທະວີສົມທົບກັນສົ່ງເສີມການໂຄສະນາລວມລະຫວ່າງຫວຽດນາມ ແລະລາວ ໃຫ້ກາຍເປັນຈຸດໝາຍປາຍທາງດຽວຂອງນັກທ່ອງທ່ຽວສາກົນ. ພ້ອມທັງສົ່ງເສີມ, ໜູນຊ່ວຍ ແລະສົ່ງເສີມການລົງທຶນພາກເອກະຊົນຫວຽດນາມ ເຂົ້າໃນບັນດາເຂດທ່ອງທ່ຽວ, ສະຖານທີ່ທ່ອງທ່ຽວ ແລະສະຖານທີ່ບໍລິການຢູ່ລາວ; ຮຽກຮ້ອງໃຫ້ບັນດາໂຄງການລົງທຶນຂອງອົງການຈັດຕັ້ງສາກົນເຊື່ອມຕໍ່ບັນດາຜະລິດຕະພັນທ່ອງທ່ຽວລະຫວ່າງ ລາວ-ຫວຽດນາມ ແລະປະເທດທີ 3.

leftcenterrightdel
ລາວ ແນະນຳຜະລິດຕະພັນວັດທະນະທຳ-ທ່ອງທ່ຽວໃນສັບປະດາວັດທະນະທຳ-ທ່ອງທ່ຽວພາກຕາເວັນຕົກສ່ຽງເໜືອ ແລະນະຄອນໂຮ່ຈີມິນ ຢູ່ແຂວງຫຼວງຫຼວງພະບາງ. ພາບ: dangcongsan.vn

ສອງຝ່າຍກໍ່ຕ້ອງເພີ່ມທະວີຊຸກຍູ້ການພັດທະນາການທ່ອງທ່ຽວຕິດພັນກັບການຄ້າຊາຍແດນ; ຍູ້ແຮງການເຄື່ອນໄຫວທ່ອງທ່ຽວສົມທົບກັບງານວາງສະແດງການຄ້າ, ຊື້ເຄື່ອງຂອງຂ້າມຊາຍແດນ; ເປີດກວ້າງບັນດາແຫຼ່ງທ່ອງທ່ຽວ ແລະ Tour ທ່ອງທ່ຽວວັດທະນະທຳຂ້າມຊາຍແດນເຊື່ອມຕໍ່ບັນດາແຂວງຂອງ ຫວຽດນາມ-ລາວ. ພ້ອມກັນນັ້ນ, ສົ່ງເສີມການກໍ່ສ້າງ ແລະພັດທະນາລາຍການທ່ອງທ່ຽວເຂົ້າເລິກພາຍໃນຂອງສອງປະເທດ ແລະເຊື່ອມຕໍ່ກັບບັນດາປະເທດໃນພາກພື້ນ.

ຂະແໜງທ່ອງທ່ຽວຂອງບັນດາແຂວງທີ່ມີເສັ້ນຊາຍແດນຂອງສອງປະເທດກໍ່ຕ້ອງເພີ່ມທະວີວຽກງານສົມທົບກັນໃນການບໍາລຸງຍົກສູງກໍາລັງຄວາມສາມາດຄຸ້ມຄອງ ແລະພັດທະນາແຫຼ່ງຊັບພະຍາກອນມະນຸດດ້ານການທ່ອງທ່ຽວ; ເພີ່ມທະວີການສົມທົບກັນສົ່ງເສີມໂຄສະນາລວມຂອງສອງປະເທດຫວຽດນາມ ແລະລາວ ເພື່ອໃຫ້ກາຍເປັນຈຸດໝາຍປາຍທາງດຽວຂອງນັກທ່ອງທ່ຽວສາກົນ.

ໂດຍ: ທະນາພອນ