ດ້ວຍຫົວຂໍ້ວ່າ “ປະຊາຄົມທ້ອງຖິ່ນ ແລະການພັດທະນາແບບຍືນຍົງຢູ່ເຂດສວນສາທາລະນະທໍລະນີ”, ກອງປະຊຸມສາກົນຄັ້ງທີ 8 ຂອງເຄືອຂ່າຍສວນສາທາລະນະທໍລະນີທ່ົວໂລກ UNESCO ພາກພື້ນອາຊີ-ປາຊີຟິກ ປີ2024 ໄດ້ອອກຖະແຫຼງການກາວບັ່ງ.

ຖະແຫຼງການກາວບັ່ງ ກ່າວວ່າ ສວນສາທາລະນະທໍລະນີທົ່ວໂລກ UNESCO ຄວນຕັ້ງໜ້າດຶງດູດປະຊາຄົມທ້ອງຖິ່ນ ແລະຊາວປະຈຳຖີ່ນ; ຮຽບຮຽງ ແລະຜັນຂະຫຍາຍແຜນການຄຸ້ມຄອງຮ່ວມເພື່ອຕອບສະໜອງຄວາມຕ້ອງການຂອງສັງຄົມ ແລະເສດຖະກິດ, ປົກປ້ອງທັດສະນີຍະພາບ ແລະອະນຸລັກຮັກສາສີສັນວັດທະນະທຳຂອງທ້ອງຖິ່ນ. ໃນວິວັດການສ້າງແຜນການ ແລະຄຸ້ມຄອງພາກພື້ນ ຄວນເພີ່ມເຕີມປະຊາຄົມທ້ອງຖີ່ນເຂົ້າ; ຝ່າຍຕ່າງໆທີ່ກ່ຽວຂ້ອງ ແລະອຳນາດການປົກຄອງທ້ອງຖິ່ນ ແລະພາກພື້ນທີ່ກ່ຽວຂ້ອງລ້ວນແຕ່ແມ່ນຝ່າຍຕາງໜ້າໃນວິວັດການຄຸ້ມຄອງສວນສາທາລະນະທໍລະນີທ່ົວໂລກ  UNESCO.

leftcenterrightdel
ກອງປະຊຸມສາກົນ ຄັ້ງທີ 9  ຂອງເຄືອຂ່າຍສວນສາທາລະນະທໍລະນີທົ່ວໂລກພາກພື້ນອາຊີ-ປາຊີຟິກ ປີ 2026 ຈະຈັດຕັ້ງຢູ່ Langkawi, Kedah, ປະເທດມາເລເຊຍ. ພາບ: qdnd.vn

ສວນສາທາລະນະທໍລະນີທ່ົວໂລກ UNESCO ຮັບຮອງບົດບາດຂອງປະຊາຄົມທ້ອງຖິ່ນ ຫຼືຄົນປະຈຳຖີ່ນໃນການກໍານົດ, ປົກປ້ອງ ແລະອະນຸລັກຮັກສາພືນແຜ່ນດິນຂອງສວນສາທາລະນະທໍລະນີ. ຊາວທ້ອງຖີ່ນແມ່ນຜູ້ທີ່ມີກ່ຽວຂ້ອງ, ມີອໍານາດໃນວິວັດການການກໍານົດ, ສະເໜີ, ຄຸ້ມຄອງ ແລະປົກປ້ອງສວນສາທາລະນະທໍລະນີທ່ົວໂລກ UNESCO ກໍຄືໃນການແນະນໍາມໍລະດົກ.

ກອງປະຊຸມສາກົນຄັ້ງທີ 8 ຂອງເຄືອຂ່າຍສວນສາທາລະນະທໍລະນີທ່ົວໂລກ UNESCO ອາຊີ - ປາຊີຟິກ ຮຽກຮ້ອງໃຫ້ເພີ່ມທະວີການກະທໍາເພື່ອປະຕິບັດແນວຄວາມຄິດລະດັບທ້ອງຖິ່ນ ກໍຄືລະດັບພາກພື້ນ ແລະສາກົນ, ດ້ວຍເປົ້າໝາຍສ້າງຂອບເຂດຮອບດ້ານໃຫ້ສວນສາທາລະນະທໍລະນີອະນຸລັກຮັກສາ  ແລະ ພັດທະນາແບບຍືນຍົງ, ສ້າງວິໄສທັດໄລຍະຍາວໃຫ້ແກ່ເຄືອຂ່າຍສວນສາທາລະນະທໍລະນີທ່ົວໂລກ; ເພີ່ມທະວີການແລກປ່ຽນຄວາມຮູ້ ແລະ ສະເໜີບັນດານະໂຍບາຍໃຫ້ການເຄື່ອນໄຫວຕົວຈິງ, ຊຸກຍູ້ການຄຸ້ມຄອງຄວາມສ່ຽງ ແລະ ຫຼຸດຜ່ອນໄພພິບັດທຳມະຊາດໃນສວນສາທາລະນະທໍລະນີ ແລະເພີ່ມທະວີບັນດາໂຄງການສຶກສາ ແລະສ້າງຄວາມສາມາດ ເພື່ອມອບສິດໃຫ້ຊາວໜຸ່ມໃນວຽກງານອະນຸລັກຮັກສາ ສວນສາທາລະນະທໍລະນີ.

ທີ່ວາລະອັດ, ຄະນະຈັດຕັ້ງ ໄດ້ມອບທຸງຈັດຕັ້ງກອງປະຊຸມສາກົນ ຄັ້ງທີ 9  ຂອງເຄືອຂ່າຍສວນສາທາລະນະທໍລະນີທົ່ວໂລກພາກພື້ນອາຊີ-ປາຊີຟິກໃນປີ 2026 ຢູ່ Langkawi, Kedah, ປະເທດມາເລເຊຍ.

ໂດຍ: ທູຈາງ