leftcenterrightdel
ຮ່າຢາງ ແມ່ນສະຖານທີ່ວັດທະນະທຳລະດັບພາກພື້ນແຖວໜ້າຢູ່ອາຊີ. ພາບ: ວີງຟອງ

ທີ່ເຫດການ, ອົງການຈັດຕັ້ງ WTA ໄດ້ເຊີດຊູແຂວງຮ່າຢາງ ຂອງຫວຽດນາມ ແມ່ນສະຖານທີ່ວັດທະນະທຳລະດັບພາກພື້ນແຖວໜ້າຢູ່ ອາຊີ. ນີ້ແມ່ນລາງວັນສຳຄັນໃນລະບົບບັນດາລາງວັນຂອງ WTA, ສຸມໃສ່ຕີລາຄາບັນດາມາດຕະຖານກ່ຽວຂ້ອງຄື ການອະນຸລັກຮັກສາວັດທະນະທຳ ແລະການພັດທະນາແຫຼ່ງຊັບພະຍາກອນທຳມະຊາດ ແລະລະບົບຊີວະທຳມະຊາດແບບຍືນຍົງ.

ທ່ານນາງ ຈ້ຽວທິຕິ່ງ ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະທ່ອງທ່ຽວແຂວງຮ່າຢາງ ໃຫ້ຮູ້ວ່າ: “ປີ 2023, ຮ່າຢາງ ມີຄວາມເປັນກຽດທີ່ອົງການມອບລາງວັນທ່ອງທ່ຽວໂລກເຊີດຊູວ່າແມ່ນສະຖານທີ່ທ່ອງທ່ຽວຫາກໍ່ພົ້ນເດັ່ນແຖວໜ້າຢູ່ ອາຊີ ປີ 2023. ປີນີ້, ພາຍຫຼັງການຄັດເລືອກ, ຕີລາຄາ, ຮ່າຢາງ ເປັນກຽດໄດ້ຮັບລາງວັນສະຖານທີ່ວັດທະນະທຳລະດັບພາກພື້ນແຖວໜ້າຢູ່ອາຊີ ປີ 2024. ນີ້ແມ່ນການຮັບຮອງຄວາມມານະພະຍາຍາມຂອງແຂວງໃນການສ້າງພາບພົດ, ພັດທະນາຢ່າງຖືກທິດ, ມີຈຸດສຸມ, ຍືນຍົງ. ພ້ອມທັງແມ່ນກຳລັງໜູນເພື່ອໃຫ້ແຂວງສືບຕໍ່ເພີ່ມທະວີບັນດາມາດຕະການແກ້ໄຂເພື່ອປະຕິບັດຢ່າງຄົບຊຸດ, ເສີມຂະຫຍາຍນາມມະຍົດ, ຜົນງານທີ່ບັນລຸໄດ້, ຍົກລະດັບ, ຢັ້ງຢືນທີ່ຕັ້ງຂອງທ້ອງຖິ່ນໃນແຜນທີ່ທ່ອງທ່ຽວພາກພື້ນ ແລະສາກົນໃນໄລຍະຈະມາເຖິງ”.

ຮ່າຢາງ ແມ່ນນອນຢູ່ທາງທິດເໜືອຂອງຫວຽດນາມ, ແມ່ນແຫ່ງມີສວນສາທາລະນະທໍລະນີສາດທົ່ວໂລກ UNESCO ເຂດພູພຽງຫີນດົ່ງວັນ, ເຂດເຕົ້າໂຮມຫຼາຍມໍລະດົກ, ທັດສະນີຍະພາບມີຄຸນຄ່າທີ່ມີລັກສະນະສາກົນ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ