ນີ້ແມ່ນເຫດການສະເຫຼີມສະຫຼອງ 79 ປີແຫ່ງວັນປະຕິວັດເດືອນສິງຫາ (ວັນທີ 19 ສິງຫາ 1945 - ວັນທີ 19 ສິງຫາ 2024) ແລະ ວັນຊາດສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (ວັນທີ 2 ກັນຍາ 1945 - ວັນທີ 2 ກັນຍາ 2024).

ລາຍການສະແດງສິລະປະທີ່ເປັນເອກະລັກ “ປະເທດຊາດແຫ່ງສັກກະລະບູຊາ” ແມ່ນບົດເພງໄຊກ່ຽວກັບຄວາມຮັກແພງບ້ານເກີດເມືອງນອນ, ການວາດພາບວິວັດການທີ່ເຕັມໄປດ້ວຍຄວາມພາກພູມໃຈຂອງປະເທດຊາດ ເມື່ອທ້ອນໂຮມປະເທດຊາດເປັນເອກະພາບ.

ເຖິງວ່າ ເດືອນປີຈະຜ່ານພົ້ນໄປແລ້ວກໍ່ຕາມ, ແຕ່ເນື້ອໃນຈິດໃຈຂອງບົດປະກາດເອກະລາດຍັງຄົງຢູ່ໃນດວງໃຈຊາວຫວຽດນາມທຸກໆລຸ້ນຄົນບໍ່ພຽງແຕ່ຍ້ອນຄຸນຄ່າປະຫວັດສາດ ແລະນິຕິກໍາເທົ່ານັ້ນຫາກຍັງແມ່ນຍ້ອນບັນດາຄຸນຄ່າມະນຸດຊາດອັນສູງສົ່ງຂອງສິດທິມະນຸດ ແລະສິດທິຂອງປະເທດຊາດ ເພື່ອໄດ້ດຳລົງຊີວິດຢູ່ໃນເອກະລາດ ແລະອິດສະຫຼະພາບໂດຍປະທານ ໂຮ່ຈີມິນ ໄດ້ຮັກສາ ແລະອຸທິດຕະຫຼອດຊີວິດຂອງຕົນເພື່ອປະຕິບັດ.

leftcenterrightdel
ລາຍການສະແດງສິລະປະ "ວັນບຸນຂອງປະເທດຊາດ" ເປັນການເປີດສາກໃຫ້ແກ່ລາຍການສິລະປະ. ພາບ: ສໍານັກຂ່າວສານຫວຽດນາມ

ດ້ວຍໂຄງສ້າງລວມມີ 3 ພາກ “ບໍ່ມີສິ່ງໃດລໍ້າຄ່າກວ່າເອກະລາດ ແລະອິດສະຫຼະພາບ”, “ຄຳສອນຂອງລຸງ ດັງກ້ອງໄປທົ່ວທຸກແຫ່ງຫົນ” ແລະ “ນະຄອນທີ່ໃສ່ຊື່ລຸງໂຮ່ ຮຸ່ງເຮືອງເຫຼືອງເຫຼື້ອມ”, ລາຍການດັ່ງກ່າວໄດ້ພາຜູ້ຊົມໄປຊົມການສະແດງສິລະປະທີ່ເຕັມໄປດ້ວຍສີສັນຂອງບັນດາບົດເພງໄຊຍ້ອງຍໍຊົມເຊີຍພັກອັນສະຫງ່າລາສີ, ລຸງໂຮ່ ທີ່ແສນເຄົາລົບຮັກ,  ສະແດງອາລົມຈິດຄວາມຮັກແພງຕໍ່ບ້ານເກີດເມືອງນອນ ແລະປະເທດຊາດ...

ແຕ່ລະລາຍການສະແດງລ້ວນແຕ່ໄດ້ຈັດສ້າງຂຶ້ນຢ່າງພິຖີພິຖັນ, ປະສານສົມທົບໃສ່ກັບດົນຕີ, ວາດເຕັ້ນ, ໄຟແສງສີ, ເຕັກນິກທັນສະໄໝ, ດ້ວຍການເຂົ້າຮ່ວມຂອງນັກສິລະປິນ, ຄື: ນັກສິລະປິນປະຊາຊົນ ຕະມີງເຕິມ, ນັກສິລະປິນປະຊາຊົນ ເກ໊ເຈິນ, ...

ພາຍຫຼັງສິ້ນສຸດການສະແດງສິລະປະແມ່ນການຍິງບັ້ງໄຟດອກ, ການພົບປະແລກປ່ຽນ ແລະການສະແດງຂອງບັນດານັກຮ້ອງ ດານເຈື່ອງ, ເຟືອງແທງ, ແທງງອກ...

ໂດຍ: ທະນາພອນ