leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພົບປະກັບທ່ານ ສີຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດຈີນ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະແດງຄວາມຊົມເຊີຍບັນດາການປະກອບສ່ວນທີ່ພົ້ນເດັ່ນຂອງຈີນ ໃນກົນໄກ BRICS, ສະແດງຄວາມກຽມພ້ອມໃນການສົມທົບກັນຢ່າງຕັ້ງໜ້າກັບບັນດາປະເທດສະມາຊິກຂອງ BRICS ເພື່ອຊຸກຍູ້ບົດບາດຂອງບັນດາປະເທດພວມພັດທະນາຫຼາຍກວ່າ ໃນການແກ້ໄຂບັນຫາສັນຕິພາບ ແລະ ການພັດທະນາທົ່ວໂລກ.

ສ່ວນທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ  ຢືນຢັນວ່າ, ພ້ອມແລ້ວທີ່ຈະພ້ອມກັບຫວຽດນາມ ຮັກສາການແລກປ່ຽນຍຸດທະສາດ, ຊຸກຍູ້, ເຮັດໃຫ້ການພົວພັນຮ່ວມມືທີ່ແທດຈິງ, ເລິກເຊິ່ງຫຼາຍກວ່າອີກ, ນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ປະຊາຄົມແບ່ງປັນອະນາຄົດ ຈີນ -  ຫວຽດນາມ ທີ່ມີຄວາມໝາຍຍຸດທະສາດໃຫ້ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ.

* ໃນຕອນຄ່ຳວັນດຽວກັນ, ຢູ່ Kazan, ສະຫະພັນລັດເຊຍ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ພົບປະເຈລະຈາກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ. ພາບ: chinhphu.vn

ຢູ່ທີ່ນີ້, ການນຳສອງທ່ານໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມຂອງແຕ່ລະປະເທດ; ເຫັນດີຈະຊີ້ິ້ນຳບັນດາອົງການທີ່ກ່ຽວຂ້ອງຂອງສອງປະເທດຍູ້ແຮງການຜັນຂະຫຍາຍບັນດາໂຄງການໃຫຍ່ກ່ຽວກັບການເຊື່ອມຕໍ່ສອງພື້ນຖານເສດຖະກິດ ຫວຽດນາມ - ລາວ, ເປີດກວ້າງການຮ່ວມມືໃນຫຼາຍຂົງເຂດ, ຄື: ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າໂດຍໄວ. ການນຳສອງທ່ານຢືນຢັນອີກເທື່ອໜຶ່ງຕໍ່ເລື່ອງ ສືບຕໍ່ປັບປຸງນ້ຳໃຈສາມັກຄີ, ຄວາມສະໜິດຕິດພັນລະຫວ່າງ ຫວຽດນາມ - ລາວ - ກຳປູເຈຍ; ເຫັນດີຮ່ວມມືກັນຢ່າງແໜ້ນແຟ້ນກວ່າ ເພື່ອແຜ່ຂະຫຍາຍນ້ຳໃຈສາມັກຄີລະຫວ່າງ 3 ຊາດ, 3 ພັກ, 3 ລັດ; ຢືນຢັນເລື່ອງຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດໃຫ້ແກ່ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ