ສີສັນວັດທະນະທຳທີ່ສ່ອງປະກາຍ

ເສັ້ນທາງກ້າວໄປສູ່ຈຸດໃຈກາງຂອງງານບຸນວັດທະນະທຳມິດຕະພາບ “ສີສັນອາຊຽນ” ປີ 2024 ແມ່ນສ່ອງປະກາຍແສງສີ, ມີຄວາມມະຫັດສະຈັນ. ແສງຈາກໂຄມໄຟທີ່ສ່ອງລົງມາ, ໄດ້ເຮັດໃຫ້ເຫັນພາບແຕ້ມທີ່ເປັນເອກະລັກສະເພາະ, ຮູບຖ່າຍທີ່ວາງໄວ້ຢູ່ສອງຟາກທາງໂດດເດັ່ນຂຶ້ນຕື່ມ. ຂ້າພະເຈົ້າໄດ້ຢຸດຢູ່ຕໍ່ໜ້າຮູບແຕ້ມທີ່ໄດ້ຮັບລາງວັນພິເສດຂອງງານປະກວດແຕ້ມຮູບສາກົນ “ຂ້າພະເຈົ້າຮັກຮ່າໂນ້ຍ - ນະຄອນເພື່ອສັນຕິພາບ”. ນີ້ແມ່ນຮູບແຕ້ມທີ່ໄດ້ຮັບການຕີລາຄາສູງຈາກຄະນະກຳມະການສໍາລັບສີທີ່ສວຍງາມ, ການແຕ້ມຮູບທີ່ທັນສະໄໝ, ແຕ່ຍັງໄດ້ແນະນໍາຈຸດທີ່ເປັນມູນເຊື້ອຂອງນະຄອນຫຼວງອະລິຍະທຳນັບພັນປີ - ນະຄອນເພື່ອສັນຕິພາບ, ມີຮູບພາບຂອງເດັກນ້ອຍທີ່ມີຄວາມສຸກເຕັ້ນລໍາ, ນົກກາງແກ, ຫໍເຕົ່າ... ເປັນເລື່ອງແປກທີ່ຜູ້ແຕ້ມຮູບນີ້ແມ່ນນັກສິລະປິນເດັກນ້ອຍອາຍຸ 11 ປີ ຊື່ Devanka Morritz, ຊາວອິນໂດເນເຊຍ.

ຢູ່ກົງກັນຂ້າມກັບຮູບແຕ້ມຂອງເດັກນ້ອຍຫວຽດນາມ ແລະສາກົນແຕ້ມກ່ຽວກັບຮ່າໂນ້ຍ ແມ່ນຮູບພາບທີ່ແນະນຳວັດທະນະທຳທີ່ເປັນເອກະລັກສະເພາະຂອງບັນດາປະເທດອາຊຽນ. ຈຸດພົ້ນເດັ່ນຂອງງານບຸນແມ່ນລະບົບບັນດາຮ້ານວາງສະແດງໄດ້ຮັບການຈັດຕັ້ງຢ່າງມີຄວາມໝາຍ, ໃນນັ້ນມີ: ຮ້ານວາງສະແດງ  “ເຊື່ອມໂຍງ”  57 ຮ້ານເປັນສັນຍາລັກໃຫ້ແກ່ 57 ປີແຫ່ງວັນສ້າງຕັ້ງອາຊຽນ;  ຮ້ານວາງສະແດງ “ນະຄອນ” 70 ຮ້ານ ໝາຍເຖິງ 70 ປີແຫ່ງວັນປົດປ່ອຍນະຄອນຫຼວງ ແລະຮ້ານວາງສະແດງ “ກິ່ນຫອມບ້ານ”  79 ຮ້ານ ເປັນສັນຍາລັກສະເຫຼີມສະຫຼອງ 79 ປີແຫ່ງວັນຊາດ ສສ ຫວຽດນາມ.

leftcenterrightdel
ຜູ້ແທນຢ້ຽມຊົມງານວາງສະແດງຮູບແຕ້ມ “ສີສັນວັດທະນະທຳອາຊຽນ”. ພາບ: ຕວນຫວຽດ

ໃນທ່າມກາງແຫ່ງຄວາມສັກສິດຂອງເຂດປູຊະນີຍະສະຖານມໍລະດົກໂລກ ພະລາຊະວັງ ທັງລອງ, ທ່ານນາງ ລັດຕະນາ ສີຫາລາດ, ຮອງເອກອັກຄະລັດຖະທູດ ສປປ ລາວ ປະຈຳ ຫວຽດນາມ ໄດ້ນຸ່ງຊຸດອາພອນພື້ນເມືອງລາວ. ທ່ານນາງ ລັດຕະນາ ສີຫາລາດ ມີຄວາມຍິນດີຂໍໃຫ້ຂ້າພະເຈົ້າ ເອີ້ນທ່ານນາງວ່າ ງອັກ - ຊື່ຫວຽດ ຢູ່ຫວຽດນາມ, ຈາກນັ້ນ ໄດ້ແບ່ງປັນກ່ຽວກັບລວດລາຍການນຸ່ງຖືຂອງຕົນ. ນັ້ນແມ່ນຊຸດປະຈຳຊາດຂອງແມ່ຍິງລາວ ໃນວັນສຳຄັນຕ່າງໆ ແລະຫາກໍ່ໄດ້ຮັບການຂຶ້ນທະບຽນຈາກອົງການ ສປປ ເພື່ອການສຶກສາ, ວິທະຍາສາດ ແລະວັດທະນະທຳໃຫ້ເປັນມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸຕາງໜ້າໃຫ້ມວນມະນຸດ.

ເຂົ້າຮ່ວມງານບຸນວັດທະນະທຳມິດຕະພາບ “ສີສັນອາຊຽນ” ປີ 2024, ສະຖານທູດແຫ່ງ ສປປ ລາວ ປະຈຳຫວຽດນາມ ໄດ້ເຕົ້າໂຮມບັນດາພະນັກງານ, ພາລະກອນ, ນັກສຶກສາລາວ ທີ່ພວມຮ່ຳຮຽນຢູ່ຫວຽດນາມ ຫຼາຍຄົນເຂົ້າຮ່ວມ. ທ່ານນາງ ລັດຕະນາ ສີຫາລາດ ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າກະກຽມພາຍໃນໜຶ່ງເດືອນ. ເຖິງວ່າຈະມີວຽກງານໜັກໜ່ວງກໍ່ຕາມ, ແຕ່ທຸກຄົນກໍ່ມີຄວາມຕື່ນເຕັ້ນ, ປາດຖະໜາຢາກຈະແນະນຳພາບພົດຂອງປະເທດຊາດ ແລະປະຊາຊົນລາວ ໃຫ້ແກ່ເພື່ອນມິດສາກົນ. ປີນີ້, ພວກຂ້າພະເຈົ້າໄດ້ເຊື້ອເຊີນວິສາຫະກິດຜ້າໄໝຈາກລາວ ມາ ເພື່ອແນະນຳ, ໂຄສະນາຜະລິດຕະພັນຜ້າໄໝທີ່ເຮັດດ້ວຍມື; ແນະນຳການຟ້ອນພື້ນເມືອງ, ບັນດາເຍື່ອງອາຫານພື້ນເມືອງຂອງຄົນລາວ.”

ດ້ວຍຄວາມປາດຖະໜາຢາກໂຄສະນາເຄື່ອງຫັດຖະກຳພື້ນເມືອງ, ນາຍຊ່າງຫັດຖະກຳຂອງໝູ່ບ້ານຖັກແສ່ວພື້ນເມືອງ ຕາແສງ ແທງຮ່າ, ເມືອງ ແທງລຽມ (ແຂວງຮ່ານາມ) ໄດ້ແນະນຳບັນດາຜະລິດຕະພັນຖັກແສ່ວດ້ວຍມື. ອ້າຍ ຫງວຽນຕຽນຮຸ່ງ, ຜູ້ຕາງໜ້າຮ້ານຖັກແສ່ວພື້ນເມືອງແທງຮ່າ ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າພວມຊອກຫາທິດເປີດກວ້າງຕະຫຼາດບຈຳໜ່າຍຜະລິດຕະພັນຖັກແສ່ວພື້ນເມືອງໄປຍັງປະເທດອາຊຽນ ເພື່ອຊ່ວຍເຫຼືອປະຊາຊົນໃນໝູ່ບ້ານໃຫ້ມີແຫຼ່ງລາຍຮັບທີ່ໝັ້ນຄົງ, ສືບຕໍ່ເສີມຂະຫຍາຍນ້ຳໃຈມັກຮັກອາຊີບພື້ນເມືອງຂອງບັນພະບຸລຸດ”.

ເພື່ອປະຊາຄົມອາຊຽນທີ່ສາມັກຄີ, ໝັ້ນຄົງເຂັ້ມແຂງ

ງານບຸນວັດທະນະທຳມິດຕະພາບ “ສີສັນອາຊຽນ” ປີ 2024 ໂດຍສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນຮ່າໂນ້ຍ ສົມທົບກັບສະຖານທູດລາວ ປະຈຳຫວຽດນາມ ແລະສະຖານທູດບັນດາປະເທດອາຊຽນ ປະຈຳຫວຽດນາມ ຈັດຕັ້ງ. ນອກຈາກບັນດາສະຖານທີ່ວັດທະນະທຳທີ່ປະທັບໃຈແລ້ວ, ງານບຸນຍັງໄດ້ນຳມາເຊິ່ງລາຍການສະແດງສິລະປະພື້ນເມືອງໂດຍພະນັກງານ, ພາລະກອນສະຖານທູດ ແລະບັນດານັກສຶກສາສາກົນປະຕິບັດ.

ຕາງໜ້າຄະນະຈັດຕັ້ງງານບຸນວັດທະນະທຳມິດຕະພາບ “ສີສັນອາຊຽນ” ປີ 2024, ທ່ານ ຫງວຽນແມ້ງກວ່ຽນ, ຮອງປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ເນັ້ນໜັກວ່າ: ການຮ່ວມມືມິດຕະພາບ ແລະການເຊື່ອມຕໍ່ພາກພື້ນໃນຂອບເຂດອາຊຽນ ຍາມໃດກໍ່ເປັນໜຶ່ງໃນບັນດາບຸລິມະສິດໃນນະໂຍບາຍການພົວພັນຕ່າງປະເທດຫັນເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍຂອງຫວຽດນາມ. ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນສ້າງອາຊຽນ ໃຫ້ນັບມືນັບຕິດພັນກັນ ແລະເຂັ້ມແຂງກວ່າອີກ, ນໍາການພົວພັນຮ່ວມມືມິດຕະພາບກັບບັນດາປະເທດສະມາຊິກໃນລະດັບສອງຝ່າຍ ແລະຫຼາຍຝ່າຍໃຫ້ນັບມື້ນັບແໜ້ນແຟ້ນ ແລະມີປະສິດທິຜົນ. ງານບຸນວັດທະນະທຳມິດຕະພາບ “ສີສັນອາຊຽນ” ແມ່ນກາລະໂອກາດເພື່ອໃຫ້ເພື່ອນມິດສາກົນທີ່ພວມເຮັດວຽກຢູ່ຫວຽດນາມ ກໍ່ຄືນັກທ່ອງທ່ຽວມີໂອກາດພົບປະແລກປ່ຽນມິດຕະພາບກັບປະຊາຊົນນະຄອນຫຼວງ.

ເນັ້ນໜັກເຖິງການປະກອບສ່ວນຢ່າງຕັ້ງໜ້າຂອງຫວຽດນາມ ເຂົ້າໃນການສ້າງອະນາຄົດຂອງອາຊຽນ, ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ຫວຽດນາມ ຢືນຢັນວ່າ: ປີ 2024 ບໍ່ພຽງແຕ່ເປັນປີສະເຫຼີມສະຫຼອງ 57 ປີແຫ່ງວັນສ້າງຕັ້ງອາຊຽນ ເທົ່ານັ້ນ, ຫາກຍັງແມ່ນປີທີ່ສຳຄັນຂອງລາວ ເມື່ອເປັນກຽດໄດ້ດຳລົງຕຳແໜ່ງປະທານອາຊຽນ ເປັນຄັ້ງທີ 3 ອີກດ້ວຍ. ຫວຽດນາມ ໄດ້ຖ່າຍທອດກໍາລັງໜູນໃຫ້ແກ່ບັນດາປະເທດສະມາຊິກອາຊຽນ ດ້ວຍຄວາມຢືດໝັ້ນ, ຄວາມຕັດສິນໃຈຂອງຕົນໃນການປົກປັກຮັກສາເອກະລາດ, ເສລີພາບ, ພັດທະນາເສດຖະກິດ ແລະຮັກສາບັນດາຄຸນຄ່າ, ມໍລະດົກວັດທະນະທຳ. ຮ່າໂນ້ຍ, ນະຄອນຫຼວງຂອງຫວຽດນາມ ແລະເປັນນະຄອນເພື່ອສັນຕິພາບ, ແມ່ນສັນຍາລັກຂອງບັນດາຄຸນຄ່າແຫ່ງຄວາມກົມກຽວກັນ, ຫຼາຍຮູບຫຼາຍແບບ ແລະກວມລວມ ນັ້ນແມ່ນບັນດາຄຸນຄ່າຫຼັກແຫຼ່ງຂອງອາຊຽນ.

ຕໍ່ໜ້າການເປັນສັກຂີພິຍານຂອງບັນດາພະນັກງານການທູດສາກົນ, ຊາວຮ່າໂນ້ຍ ແລະນັກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ, ຜູ້ຕາງໜ້າສະຖານທູດບັນດາປະເທດອາຊຽນ ປະຈຳ ຫວຽດນາມ ໄດ້ສະແດງນ້ຳໃຈມິດຕະພາບດ້ວຍການຈັບມືສາມັກຄີ. ພາຍໃຕ້ແສງສະຫວ່າງທີ່ສ່ອງແສງຢູ່ໃນທ່າມກາງອັນສັກສິດຂອງ  ພະລາຊະວັງ ທັງລອງ, ສີສັນວັດທະນະທຳຂອງບັນດາປະເທດອາຊຽນ ໄດ້ປະສົມປະສານເຂົ້າກັນເປັນອັນໜຶ່ງອັນດຽວກັນ.

ໂດຍ: ຈາງຫງວຽນ