leftcenterrightdel
ກອງປະຊຸມປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍປະກັນສຸຂະພາບ ສະບັບປັບປຸງ. ພາບ: vov.vn

ກ່ຽວກັບການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍປະກັນສຸຂະພາບ ເພື່ອແນໃສ່ພັດທະນາປະກັນສຸຂະພາບໃນທົ່ວປວງຊົນໃຫ້ສອດຄ່ອງກັບເງື່ອນໄຂເສດຖະກິດ - ສັງຄົມຂອງປະເທດຊາດ; ສອດຄ່ອງກັບບັນດາສົນທິສັນຍາສາກົນທີ່ກ່ຽວຂ້ອງເຖິງປະກັນສຸຂະພາບ ເຊິ່ງຫວຽດນາມເປັນສະມາຊິກ. ພ້ອມດຽວກັນນັ້ນ, ຮັບປະກັນການຊ່ວຍເຫຼືອສັງຄົມ, ສິດ, ຜົນປະໂຫຍດຂອງຜູ້ເຂົ້າຮ່ວມປະກັນສຸຂະພາບ, ຮາກຖານກວດ, ປິ່ນປົວພະຍາດ, ນຳໃຊ້ກອງທຶນປະກັນສຸຂະພາບຢ່າງມີປະສິດທິຜົນ.

ກ່ຽວກັບຮ່າງກົດໝາຍຖານຂໍ້ມູນ, ທ່ານນາງ ຟຸກບິ່ງນີເອກຣັມ, ສະມາຊິກສະພາແຫ່ງຊາດແຂວງດັກລັກ ຖືວ່າ: “ການສ້າງຮ່າງກົດໝາຍວ່າດ້ວຍຖານຂໍ້ມູນແມ່ນຈຳເປັນທີ່ສຸດ, ພິເສດໃນໄລຍະຫັນເປັນດີຈີຕອນໃນປັດຈຸບັນ. ການສ້າງສູນຖານຂໍ້ມູນແຫ່ງຊາດກ່ຽວກັບການຄຸ້ມຄອງລວມສູນ, ແບ່ງປັນຖານຂໍ້ມູນຢ່າງຄົບຊຸດກ່ຽວກັບພື້ນຖານໂຄງລ່າງເຕັກໂນໂລຢີຂໍ້ມູນຂ່າວສານ, ປະຢັດແຫຼ່ງກຳລັງ, ລົງທຶນໃຫ້ແກ່ການຫັນເປັນດີຈີຕອນຢ່າງມີຈຸດສຸມແມ່ນສິ່ງທີ່ຈຳເປັນ”.

ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 24 ຕຸລາ, ສະພາແຫ່ງຊາດ ໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍວ່າດ້ວຍກຳມະບານ (ສະບັບປັບປຸງ).

ແຫຼ່ງຄັດຈາກ: vovworld.vn